logo

ເວ​ເນ​ຊູ​ເອ​ລາ ເຊື່ອ​ໝັ້ນ​ ຫວຽດ​ນາມ ສືບ​ຕໍ່​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ອາ​ຍຸ​ການ​ ຂອງ​ສະ​ພາ​ແຫ່ງ​ຊ​າດ​ຊຸດ​ໃໝ່

2026/3/14 | 07:47:13
(VOVWORLD) - ການກະກຽມຢ່າງເຂັ້ມງວດ, ມີຄວາມຮັບຜິດຊອບ ແລະ ໂປ່ງໃສສະແດງໃຫ້ເຫັນວ່າເຫດການການເມືອງສຳຄັນນີ້ສືບຕໍ່ສະແດງໃຫ້ເຫັນກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຢ່າງມີຊີວິດຊີວາ ກໍ່ຄືພື້ນຖານອັນໝັ້ນແກ່ນຂອງລະບົບການເມືອງ ຫວຽດນາມ. 
ທ່ານເອກອັກຄະລັດຖະທູດ ຫວູຈູງມີ ຕ້ອນຮັບທ່ານ Carolus Wimmer ປ.ອ ປະທານ ອົງການມິດຕະພາບ ເວເນຊູເອລາ ຫວຽດນາມ (ພາບ: TTXVN)

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກກັບສະຖານທູດຫວຽດນາມ ປະຈຳ ເວເນຊູເອລາ ຢູ່ນະຄອນຫຼວງ Caracas, ທ່ານ ປ.ອ Carolus Wimmer ປະທານອົງການມິດຕະພາບ ເວເນຊູເອລາ - ຫວຽດນາມ ໄດ້ສົ່ງຄຳອວຍພອນໄປຍັງພັກ, ລັດ ແລະ ປະຊາຊົນຫວຽດນາມ ເນື່ອງໃນໂອກາດ ຫວຽດນາມພວມກະກຽມຢ່າງລອບຄອບຖີ່ຖ້ວນ ແລະ ລະອຽດໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ໃນວັນທີ 15 ມີນາ.

ທ່ານ ປ.ອ Carolus Wimmer ເນັ້ນໜັກວ່າ ການກະກຽມຢ່າງເຂັ້ມງວດ, ມີຄວາມຮັບຜິດຊອບ ແລະ ໂປ່ງໃສສະແດງໃຫ້ເຫັນວ່າເຫດການການເມືອງສຳຄັນນີ້ສືບຕໍ່ສະແດງໃຫ້ເຫັນກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຢ່າງມີຊີວິດຊີວາ ກໍ່ຄືພື້ນຖານອັນໝັ້ນແກ່ນຂອງລະບົບການເມືອງ ຫວຽດນາມ. ທ່ານ ປ.ອ Carolus Wimmer ສະແດງຄວາມເຊື່ອໝັ້ນວ່າ ການເລືອກຕັ້ງຈະມາເຖິງຈະສືບຕໍ່ເປີດອາຍຸການຂອງສະພາແຫ່ງຊາດຊຸດໃໝ່ທີ່ມີຄວາມຂະຫຍັນຂັນເຄື່ອນ, ປະສິດທິຜົນ, ສືບຖອດ ແລະ ເສີມຂະຫຍາຍຜົນສຳເລັດທີ່ບັນລຸໄດ້, ຜ່ານນັ້ນ ນຳຫວຽດນາມສືບຕໍ່ກ້າວເດີນຢ່າງໝັ້ນແກ່ນບົນເສັ້ນທາງພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນ.

TAG
VOV/VOVworld/ເວ​ເນ​ຊູ​ເອ​ລາ/ຫວຽດ​ນາມ/ການ​ພົວ​ພັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ