(VOVWORLD) -ນັບແຕ່ເດືອນພະຈິກນີ້, ຫວຽດນາມ ໄດ້ຮັບຖານະບົດບາດເປັນປະທານອາຊຽນ ປີ 2020 ຈາກປະເທດໄທ. ຫຼາຍປະເທດໄດ້ໃຫ້ການຕີລາຄາວ່າ ເລື່ອງຫວຽດນາມ ຮັບຖານະບົດບາດເປັນປະທານ ອາຊຽນໃນປີ 2020 ຈະແມ່ນສິ່ງທ້າທາຍທີ່ໃຫຍ່ຫຼວງ ແຕ່ກໍຕັ້ງຄວາມຫວັງວ່າ ຫວຽດນາມ ຈະປະຕິບັດສຳເລັດບົດບາດດັ່ງກ່າວເປັນຢ່າງດີ. ນີ້ກໍແມ່ນເນື້ອໃນຂອງການໂອ້ລົມສົນທະນາດ້ວຍຫົວຂໍ້: “ອາຍຸການເປັນປະທານ ອາຊຽນ ຂອງໄທ ແລະ ບົດບາດຂອງອາຊຽນໃນການພັດທະນາຂອງບັນດາປະເທດ ແລະ ພາກພື້ນ” ທີ່ຫາກໍຈັດຂຶ້ນຢູ່ຮ່າໂນ້ຍ. ການໂອ້ລົມສົນທະນາດັ່ງກ່າວ ໂດຍສະຖາບັນການຕ່າງປະເທດ ສົມທົບກັບ ສະຖານທູດໄທ ປະຈຳ ຮ່າໂນ້ຍ ຈັດຂຶ້ນ ດ້ວຍການບັນລະຍາຍຂອງ 2 ທ່ານ ຄື ທ່ານ ກາວີ ຈົງກີດຖາວອນ, ນັກຊ່ຽວຊານສັງກັດສະຖາບັນຄົ້ນຄວ້າກ່ຽວກັບຄວາມໝັ້ນຄົງ ແລະ ສາກົນ, ຂຶ້ນກັບມະຫາວິທະຍາໄລ ຈຸລາລົງກອນ (ໄທ) ແລະ ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ, ອະດີດຮອງລັດຖະມົນຕີການຕ່າງປະເທດຫວຽດນາມ.