(VOVWORLD) - ໃນຂອບເຂດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ວັນທີ 2 ພະຈິກ, ຢູ່ນະຄອນຫຼວງ ບາງກອກ, ປະເທດໄທ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ພ້ອມກັບລັດຖະມົນຕີການຕ່າງປະເທດ ບັນດາປະເທດອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມສະພາປະຊາຄົມ ການເມືອງ - ຄວາມໝັ້ນຄົງອາຊຽນ ຄັ້ງທີ 20 (APSC - 20) ແລະ ກອງປະຊຸມສະພາປະສານງານ ອາຊຽນຄັ້ງທີ 24 (ACC - 24).