(VOVWORLD) - ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 52 (AMM - 52) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ ບາງກອກ, ປະເທດໄທ, ໃນວັນທີ 1 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ພ້ອມດ້ວຍບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ແລະ ບັນດາຄູ່ຮ່ວມມືເຂົ້າຮ່ວມບັນດາກອງປະຊຸມລັດຖະມົນຕີລະຫວ່າງ ອາຊຽນ ແລະ ອົດສະຕາລີ, ອິນເດຍ, ສະຫະພາບເອີລົບ (EU), ສ.ເກົາຫຼີ ແລະ ການາດາ.