(VOVWORLD) -ນາງ ຊີຕີຮາຣາ ແມ່ຍິງຊາວເຜົ່າ ຈຳ ຖືສາສະໜາ ອິດສະລາມ ຢູ່ຕາແສງ ແຄັ໊ງຮວ່າ ເມືອງ ເຈົາຝູ ແຂວງ ອານຢາງ ເຄີຍໄປສຶກສາຮ່ຳຮຽນຢູ່ ມາເລເຊຍ ລົງເລິກຂະແໜງສັງຄົມ - ມະນຸດສາດ. ແຕ່ພາຍຫຼັງ 4 ປີ ດ້ວຍຄວາມຮັກບ້ານເກີດເມືອງນອນ ສຸດຈິດສຸດໃຈ ເພື່ອວົງຄະນາຍາດ, ນາງ ໄດ້ຕັດສິນກັບຄືນເມືອ ຫວຽດນາມ ເພື່ອອຸທິດສ່ວນໃຫ້ແກ່ບ້ານເກີດເມືອງນອນ ໃຫ້ແກ່ວົງຄະນາຍາດຊາວເຜົ່າ ຈຳ ຢູ່ແຂວງ ອານຢາງ. ດ້ວຍບົດບາດເປັນກຳມະການຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ຮອງຫົວໜ້າຄະນະເຄື່ອນໄຫວເພື່ອການກຸສົນ, ຄະນະຜູ້ຕາງໜ້າວົງຄະນາຍາດຊາວ ມຸດສະລິມ ແຂວງ ອານຢາງ, ນາງ ຊີຕີຮາຣາ ໄດ້ຂົນຂວາຍການແຜ່ບໍລິຈາກເງິນໄດ້ນັບສີບຕື້ດົ່ງ ເພື່ອຊ່ວຍເຫຼືອຜູ້ທຸກຍາກ ປຸກເຮືອນມະຫາສາມັກຄີ, ເຮືອນແຫ່ງຄວາມຮັກແພງ, ກອງທຶນສຶກສາ ເພື່ອຊ່ວຍນັກຮຽນໄປໂຮງຮຽນ