logo


23/11/2024
ຊາ​ວ​ໜຸ່ມ​ປະ​ດິດ​ຄິດ​ສ້າງ​ເພື່ອ​ອະ​ນຸ​ລັກ​ຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ຂອງ​ຊາດ
(VOVWORLD) -     ວັນທີ 23 ພະຈິກແມ່ນວັນມໍລະດົກວັດທະນະທຳຫວຽດນາມຫວຽດນາມມີສາງມໍລະດົກວັດທະນະທຳທີ່ອຸດົມສົມບູນຫຼາຍຮູບຫຼາຍແບບດ້ວຍມໍລະດົກວັດທະນະທຳຫຼາຍກ່ວາ 40.000 ຢ່າງໄດ້ຮັບການສຳຫຼວດກວດກາຂຶ້ນບັນຊີ. UNESCO ໄດ້ຮັບຮູ້ 8 ມໍລະດົກວັດທະນະທຳແລະທຳມະຊາດ, 15 ມໍລະດົກວັດທະນະທຳບໍ່ເປັນວັດຖຸແລະ 9 ມໍລະດົກວັດທະນະທຳເອກະສານໄປຄຽງຄູ່ກັນນັ້ນມີຫໍພິພິທະພັນເກືອບ 200 ແຫ່ງໄດ້ເກັບຮັກສາວັດຖຸພັນເກືອບ 4 ລ້ານຢ່າງໃນນັ້ນມີວັດຖຸພັນແລະກຸ່ມວັດຖຸພັນເກືອບ 200 ຢ່າງໄດ້ຮັບການຢັ້ງຢືນແມ່ນວັດຖຸປະເສີດຂອງຊາດໃນຊຸມປີມໍ່ໆມານີ້ນັບມື້ນັບມີຊາວໜຸ່ມຫຼາຍຄົນເຂົ້າຮ່ວມການຟື້ນຟູຫັນມໍດົກ, ຮ່ອງຮອຍສະຖານກາຍເປັນດີຈີຕອນຈາກນັ້ນກໍ່ປະກອບສ່ວນເຂົ້າໃນການອະນຸລັກຮັກສາມໍລະດົກວັດທະນະທຳຫວຽດນາມ.



09/11/2024
ຫໍ​ພິ​ພິ​ທະ​ພັນ​ປະ​ຫວັດ​ສາດການ​ທະ​ຫານ ຫວຽດ​ນາມ: ຄວາມເອກ​ອ້າງ​ທະ​ນົງໃຈຕໍ່​ກັບ​ມູນ​ເຊື້ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ນັບ​ພັນ​ປີ
(VOVWORLD) - ນັບແຕ່ວັນທີ 1 ພະຈິກ 2024, ຫໍພິພິທະພັນປະຫວັດສາດການທະຫານ ຫວຽດນາມທີ່ໄດ້ຮັບການກໍ່ສ້າງໃໝ່ຢູ່ເສັ້ນທາງຫຼວງທັງລອງ, ເມືອງນາມຕື່ລຽມ, ນະຄອນຮ່າໂນ້ຍໄດ້ເປີດປະຕູຕ້ອນຮັບແຂກຢ່າງເປັນທາງການ. ນີ້ແມ່ນກິດຈະກຳວັດທະນະທຳພິເສດດີເດັ່ນ, ບັນດາເນື້ອໃນວາງສະແດງຊ່ວຍໃຫ້ແຂກທ່ອງທ່ຽວສາມາດສຳຜັດ ແລະ ມີຄວາມເຂົ້າໃຈແຈ້ງກ່ຽວກັບການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດຂອງປະຊາຊົນຫວຽດນາມ, ເຮັດໃຫ້ມໍລະດົກວັດທະນະທຳການທະຫານຂອງຊາດກະຈ່າງແຈ້ງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຄົ້ນຄ້ວາ, ຮ່ຳຮຽນ, ຢ້ຽມຊົມຂອງປະຊາຊົນໃນທົ່ວປະເທດ ແລະ ແຂກທ່ອງທ່ຽວສາກົນ.


27/10/2024
ວິ​ສາ​ຫະ​ກິດ startup ຢູ່ ດັກ​ລັກ ເປັນ​ເຈົ້າ​ການ​ຫັນ​ເປັນ​ດີ​ຈີ​ຕອນ
(VOVWORLD) - ການຫັນເປັນດີຈີຕອນພວມກາຍເປັນທ່າອ່ຽງລວມຂອງຫຼາຍວິສາຫະກິດໃນທົ່ວປະເທດ. ບໍ່ຢູ່ນອກເໜືອທ່າອ່ຽງນັ້ນ, ໃນໄລຍະຜ່ານມາ, ບັນດາວິສາຫະກິດ startup ຢູ່ແຂວງ ດັກລັກ ໄດ້ເປັນເຈົ້າການສຳຜັດ, ຍົກສູງກຳລັງຄວາມສາມາດໃນການໝູນໃຊ້ວິທະຍາສາດເຕັກນິກ, ເຕັກໂນໂລຢີທີ່ທັນສະໄໝໃນວິວັດທະນາການຜະລິດ, ດຳເນີນທຸລະກິດ, ການຄຸ້ມຄອງ, ຕິດຕາມກວດກາທີ່ມາຂອງລະບົບສະໜອງຜະລິດຕະພັນ, ເຊື່ອມຕໍ່ການຄ້າເອເລັກໂຕນິກ, ໂຄສະນາຈຳໜ່າຍຜະລິດຕະພັນກະເສດໃນບັນດາພື້ນຖານດີຈີຕອນ. ດັ່ງນັ້ນ, ຫຼາຍວິສາຫະກິດໄດ້ຄ່ອຍໆມີແຫຼ່ງລູກຄ້າເປັນປົກກະຕິ ແລະ ກວ້າງຂວາງ.

VIDEO
radio
Emisiones de la semana
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ