(VOVWORLD) -ຂະແຫນງອຸດສາຫະກຳເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ (AI) ພວມເປີດກາລະໂອກາດບຸກທະລຸໃຫ້ແກ່ ຫວຽດນາມ. ເພື່ອຢັ້ງຢືນບົດບາດຂອງ ຫວຽດນາມ ໃນລະບົບມູນຄ່າຂະແຫນງອຸດສາຫະກຳເຄິ່ງຊັກນຳໄຟຟ້າ, ປັນຍາປະດິດທົ່ວໂລກ, ຄຽງຄູ່ກັບຍຸດທະສາດ ແລະ ກົນໄກນະໂຍບາຍ, ຫວຽດນາມ ມານະພະຍາຍາມກາຍເປັນຈຸດນັດພົບດຶງດູດບັນດາ “ນັກລົງທຶນໃຫຍ່” ທີ່ມີຄວາມສົນໃຈ, ແບ່ງປັນບົດຮຽນປະສົບການ, ຍາດແຍ່ງກະແສຫັນປ່ຽນລະບົບສະຫນອງທົ່ວໂລກ.