ໄຕມາດທີ I/2026, ກຸ່ມບໍລິສັດ Vingroup ໄດ້ປະກາດແຜນການຈຳໜ່າຍພັນລະບັດສາກົນສູງສຸດແມ່ນ 350 ລ້ານ USD ໃນປີນີ້, ຕິດປະກາດຢູ່ Vienna MTF (ສ.ໂອຕາລິດ), ດ້ວຍກຳນົດເວລາ 5 ປີ ແລະ ດອກເບ້ຍສູງສຸດ ແມ່ນ5,75%/ປີ. BIM Group ແລະ Sun Group ກໍ່ເຂົ້າເຖິງບັນດາແຫຼ່ງທຶນສາກົນເທື່ອລະກ້າວຜ່ານການຈຳໜ່າຍພັນລະບັດຍ່ອຍສະເພາະ ຫຼືກູ້ຢຶມທຶນສາກົນໃຫ້ບັນດາໂຄງການພະລັງງານທົດແທນ, ພື້ນຖານໂຄງລ່າງການທ່ອງທ່ຽວ ແລະ ອະສັງຫາລິມະຊັບພັກຜ່ອນບຳລຸງສຸຂະພາບ.
ນີ້ແມ່ນທ່າອ່ຽງສະແດງໃຫ້ເຫັນພາກເອກະຊົນ ຫວຽດນາມເຊື່ອມໂຍງເລິກເຂົ້າຕະຫຼາດການເງິນທົ່ວໂລກເທື່ອລະກ້າວ. ທ່ານນາງ ຫງວຽນທິທູຮ່ຽນ, ຜູ້ອຳນວຍການໃຫຍ່ບໍລິສັດຫຼັກຊັບການຄ້າ ໃຫ້ຂໍ້ສັງເກດ:
ມີຫຼາຍແຫຼ່ງທຶນໄລຍະກາງ - ໄລຍະຍາວ ພວມລໍຖ້າເພື່ອນຳເຂົ້າ ຫວຽດນາມ, ຕົວຢ່າງຄື: ກອງທຶນຄ້ຳປະກັນການຈຳໜ່າຍພັນທະບັດ. ນີ້ແມ່ນຊ່ອງທາງເຊິ່ງບັນດາວິສາຫະກິດຊອກຮູ້ ແທນທີ່ພຽງແຕ່ສຸມໃສ່ບັນດາຊ່ອງທາງທີ່ມີຢູ່ແລ້ວຄື: ກູ້ຢຶມເງິນທະນາຄານ ຫຼື ມີແຕ່ຈຳໜ່າຍພັນທະບັດຢູ່ພາຍໃນປະເທດ. ການເຂົ້າເຖິງບັນດາກອງທຶນພັນທະບັດຕ່າງປະເທດ, ບັນດາກອງທຶນຄ້ຳປະກັນຕ່າງປະເທດ ຊ່ວຍໃຫ້ວິສາຫະກິດ ຫວຽດນາມ ເພີ່ມທີ່ຕັ້ງຢູ່ຕະຫຼາດຕ່າງປະເທດ, ເປີດລະດັບການຄຸ້ມຄອງບໍລິຫານໃໝ່.
ການຈຳໜ່າຍພັນທະບັດໃນແຕ່ລະຄັ້ງສຳເລັດບໍ່ພຽງແຕ່ແມ່ນການລະດົມທຶນເທົ່ານັ້ນ, ຫາກຍັງສ່ອງແສງໃຫ້ເຫັນຄວາມເຊື່ອໝັ້ນຂອງນັກລົງທຶນສາກົນຕໍ່ແງ່ຫວັງເສດຖະກິດມະຫາພາກ, ຄາມສາມາດໃນການບໍລິຫານນະໂຍບາຍ ແລະ ຄວາມເຂັ້ມແຂງຂອງວິສາຫະກິດ ຫວຽດນາມ. ເສດຖະກິດ ຫວຽດນາມ ສືບຕໍ່ຮັກສາລະດັບເຕີບໂຕທີ່ຕັ້ງໜ້າ ແລະ ຮັກສາເສດຖະກິດມະຫາພາກເປັນປົກກະຕິນັ້ນ ແມ່ນພື້ນຖານສຳຄັນເພື່ອດຶງດູດທຶນຈາກຕ່າງປະເທດ.
ຫວ່າງແລ້ວນີ້, ອົງການຈັດອັນດັບຄວາມໜ້າເຊື່ອຖືລະດັບໂລກ Moody’s ໄດ້ຍົກລະດັບຄວາມໜ້າເຊື່ອຖືດ້ານການເງິນຂອງ ຫວຽດນາມ ຈາກ “ເປັນປົກກະຕິ” ຂຶ້ນມາເປັນ “ຕັ້ງໜ້າ”, ພ້ອມທັງຈັດອັນດັບປະເທດຢູ່ລະດັບ Ba2, ຊ່ວຍໃຫ້ ຫວຽດນາມ ກາຍເປັນປະເທດໜຶ່ງດຽວຢູ່ ອາຊີ - ປາຊີຟິກ ທີ່ອົງການນີ້ຕີລາຄາແງ່ຫວັງຕັ້ງໜ້າ. ການກະທຳນີ້ບໍ່ພຽງແຕ່ສ່ອງແສງໃຫ້ເຫັນການປັບປຸງກ່ຽວກັບຄຸນນະພາບການຄຸ້ມຄອງບໍລິຫານ ແລະ ລະບອບລະບຽບການເທົ່ານັ້ນ ຫາກຍັງຍົກສູງຄວາມເຊື່ອໝັ້ນຂອງນັກລົງທຶນຕໍ່ຕະຫຼາດການເງິນ ແລະ ຄວາມສາມາດລະດົມທຶນຂອງ ຫວຽດນາມ ໃນໄລຍະຍາວ. ທ່ານ Max-F. Scheichenost ສະມາຊິກສະພາສ້າງຕັ້ງ ອົງການພັດທະນາການລົງທຶນພາກເອກະຊົນ (VPCA), ຖືວ່າ:
ຫວຽດນາມ ພວມຜ່ານຜ່າວິວັດແຫ່ງການປະຕິຮູບນະໂຍບາຍຢ່າງແຮງທີ່ສຸດໃນປະຫວັດສາດ. ຄືດັ່ງບັນດານັກຊ່ຽວຊານດ້ານເສດຖະກິດ ແລະ ສື່ມວນຊົນໄດ້ເອີ້ນນີ້ວ່າ ແມ່ນການປ່ຽນແປງໃໝ່ 2.0. ອາດສາມາດທົບມວນຄືນບາງຂີດໝາຍທີ່ພົ້ນເດັ່ນຄື: ຕະຫຼາດຫຼັກຊັບ ຫວຽດນາມ ໄດ້ຍົກອັນດັບຂຶ້ນມາເປັນຕະຫຼາດຫາກໍ່ພົ້ນເດັ່ນຂຶ້ນ ເມື່ອເດືອນກັນຍາ ປີນີ້, ຫຼືການເປີດຕົວຂອງສູນການເງິນສາກົນ ຫວຽດນາມ.
ທ່າອ່ຽງການເງິນສີຂຽວທົ່ວໂລກກໍ່ເປີດຄວາມສາມາດບົ່ມຊ້ອນໃຫຍ່ໃຫ້ແກ່ພັນທະບັດສາກົນຂອງ ຫວຽດນາມ. ປັດຈຸບັນ ບັນດາກອງທຶນສາກົນ ກໍ່ພວມບຸລິມະສິດໃຫ້ບັນດາໂຄງການທີ່ຕອບສະໜອງໄດ້ມາດຖານ ESG (ສິ່ງແວດລ້ອມ, ສັງຄົມ ແລະ ການຄຸ້ມຄອງບໍລິຫານ). ສິ່ງນີ້ສ້າງໂອກາດເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ຈຳໜ່າຍພັນທະບັດລະດົມທຶນໃຫ້ບັນດາຂົງເຂດຄື ພະລັງງານທົດແທນ, ຄົມມະນາຄົມສີຂຽວ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານນາງ ຫວູທິເຈິນເຟືອງ, ປະທານຄະນະກຳມະການຫຼັກຊັບແຫ່ງລັດ ຫວຽດນາມ ຢັ້ງຢືນວ່າ:
ກ່ຽວກັບຕະຫຼາດພັນລະບັດ, ພວກຂ້າພະເຈົ້າຍູ້ແຮງການຜັນຂະຫຍາຍບັນດາມາດຕະການເພື່ອປະກອບສ່ວນຍົກລະດັບຄວາມໜ້າເຊື່ອຖືລະດັບຊາດ ເພື່ອແນໃສ່ດຶງດູດນັກລົງທຶນຕ່າງປະເທດ, ຫຼຸດຄ່າເຄື່ອນໄຫວທຶນໃຫ້ບັນດາວິສາຫະກິດ. ການຍົກລະດັບຄວາມໜ້າເຊື່ອຖືລະດັບຊາດໄດ້ນັ້ນ ກໍ່ມີຄວາມສຳຄັນທີ່ສຸດ, ສິ່ງນີ້ຊ່ວຍໃຫ້ບັນດາວິສາຫະກິດ ຫວຽດນາມ ເມື່ອກູ້ຢຶມທຶນຈາກສາກົນນັ້ນ ກໍ່ໄດ້ຮັບອັດຕາດອກເບ້ຍບຸລິມະສິດກວ່າ ເມື່ອຄວາມໜ້າເຊື່ອຖືລະດັບຊາດໄດ້ຮັບການຍົກລະດັບ.
ເລື່ອງເປີດກວ້າງການລະດົມພັນທະບັດສາກົນ ກໍ່ແມ່ນບາດກ້າວສະແດງໃຫ້ເຫັນວິວັດການເຕີບໂຫຍ່ຂອງຕະຫຼາດການເງິນຫວຽດນາມ. ເມື່ອວິສາຫະກິດ ຫວຽດນາມ ເຂົ້າຮ່ວມຕະຫຼາດທົ່ວໂລກເລິກເຊິ່ງກວ່າ, ຄວາມກົດດັນທີ່ໂປ່ງໃສ ແລະ ການຄຸ້ມຄອງບໍລິຫານຈະກາຍເປັນກຳລັງໜູນຊຸກຍູ້ການປະຕິຮູບລະບອບລະບຽບການ, ຫັນການເຄື່ອນໄຫວດ້ານການເງິນເປັນມາດຕະຖານ ແລະ ຍົກສູງຄວາມສາມາດໃນການແກ້ງແຍ້ງ.
ການລະດົມພັນທະບັດສາກົນບໍ່ພຽງແຕ່ມີຄວາມໝາຍເພີ່ມເຕີມແຫຼ່ງທຶນເທົ່ານັ້ນ ຫາກຍັງເປີດກວ້າງໂອກາດເພື່ອໃຫ້ ຫວຽດນາມ ເພີ່ມຄວາມໄວໃນການເຊື່ອມໂຍງດ້ານການເງິນກັບທົວໂລກ. ຖ້າໄດ້ຮັບການຄຸ້ມຄອງບໍລິຫານ ແລະ ຂຸດຄົ້ນຢ່າງມີປະສິດທິຜົນ, ນີ້ຈະແມ່ນໜຶ່ງໃນບັນດາກຳລັງໜູນສຳຄັນທີ່ໜູນຊ່ວຍໃຫ້ເປົ້າໝາຍເຕີບໂຕໃນລະດັບສູງ ແລະ ພັດທະນາແບບຍືນຍົງໃນໄລຍະຈະມາເຖິງ.








