ຢູ່ກອງປະຊຸມຄັ້ງປະຖົມມະລຶກ ສະພາແຫ່ງຊາດ ຫວຽດນາມ ຊຸດທີ XVI, ສະພາແຫ່ງຊາດ ໄດ້ຮັບຮອງເອົາມະຕິກ່ຽວກັບແຜນການພັດທະນາເສດຖະກິດສັງຄົມໄລຍະ 2026 – 2030 ແລະ ຈຸດໃໝ່ທີ່ພົ້ນເດັ່ນໃນມະຕິແມ່ນເລື່ອງສະພາແຫ່ງຊາດມອບເປົ້າໝາຍເຕີບໂຕໃຫ້ແຕ່ລະທ້ອງຖິ່ນໂດຍກົງ. ນີ້ແມ່ນການປ່ຽນແປງຢ່າງແຮງໃນຈິນຕະນາການບໍລິຫານເສດຖະກິດມະຫາພາກ, ຊ່ວຍຍົກສູງຄວາມເປັນເຈົ້າການ,ຄວາມຮັບຜິດຊອບ ແລະ ສ້າງກຳລັງໜູນພັດທະນາລະຫວ່າງບັນດາຂົ້ວເຕີບໂຕເສດຖະກິດຂອງປະເທດ.
ການມອບເປົ້າໝາຍເຕີບໂຕໃຫ້ແຕ່ລະທ້ອງຖິ່ນໂດຍກົງໄດ້ສ້າງການຫັນປ່ຽນຢ່າງແຮງ ກ່ຽວກັບຈິນຕະນາການຄຸ້ມຄອງ, ມຸ່ງໄປເຖິງປະສິດທິຜົນ ແລະ ຄວາມຮັບຜິດຊອບລະອຽດກວ່າ. ແຕ່ລະແຂວງ, ນະຄອນ ຕ້ອງກຳນົດແຈ້ງບົດບາດ, ທ່າໄດ້ປຽບ ແລະ ຄວາມສາມາດບົ່ມຊ້ອນເຕີບໂຕຂອງຕົນ, ປະກອບສ່ວນຍົກສູງຄວາມເປັນເຈົ້າການ, ມີຫົວຄິດປະດິດສ້າງໃນການບໍລິຫານ. ທ່ານ ຟ້າມນາມຕຽນ, ກຳມາທິການວັດທະນະທຳ ແລະ ສັງຄົມ ຂອງສະພາແຫ່ງຊາດ ຫວຽດນາມ ຖືວ່າ:
“ສະພາແຫ່ງຊາດມອບເປົ້າໝາຍເຕີບໂຕໃຫ້ແຕ່ລະທ້ອງຖິ່ນຈະຊ່ວຍໃຫ້ບັນດາແຂວງ, ນະຄອນເປັນເຈົ້າການສ້າງແຜນການເຕີບໂຕເສດຖະກິດໃຫ້ເໝາະສົມກັບທ່າໄດ້ປຽບ, ທ່າແຮງຂອງແຕ່ລະທ້ອງຖິ່ນ. ນີ້ແມ່ນມາດຕະການບຸກທະລຸເພື່ອຍົກສູງຄວາມເປັນເຈົ້າການ,ຄວາມຮັບຜິດຊອບ, ສ້າງແຮງຜັກດັນການພັດທະນາ, ພ້ອມທັງຍົກສູງຄວາມຮັບຜິດຊອບຂອງຜູ້ນຳໜ້າແຕ່ລະທ້ອງຖິ່ນອີກດ້ວຍ”.
ຮ່າໂນ້ຍ, ດ້ວຍບົດບາດເປັນນະຄອນນຳໜ້າເສດຖະກິດທົ່ວປະເທດ, ເພື່ອບັນລຸໄດ້ເປົ້າໝາຍ GRDP ປີ 2026 ແມ່ນ 10 – 10,5% ແລະ 10,5 – 11% ທັງໄລຍະ 2026 – 2030, ທາງນະຄອນໄດ້ສ້າງແຜນຮ່າງຮູບແບບເຕີບໂຕໃໝ່ຂອງນະຄອນຫຼວງ. ທ່ານ ຫວູດ້າຍທັ້ງ ປະທານຄະນະກຳມະການນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:
“ພວກເຮົາສືບຕໍ່ຢຶດໝັ້ນເປົ້າໝາຍບັນລຸລະດັບເຕີບໂຕ 2 ຕົວເລກ, ນີ້ໄດ້ຮັບຖືວ່າແມ່ນຄຳສັ່ງ, ກຽດສັກສີ, ຄວາມຮັບຜິດຊອບຂອງນະຄອນ ຕໍ່ອົງຄະນະພັກ ແລະ ປະຊາຊົນນະຄອນຫຼວງ. ພວກເຮົາຈະສ້າງມະຕິບົນພື້ນຖານທ ມອບໝາຍໜ້າທີ່, ຄວາມຮັບຜິດຊອບຢ່າງຈະແຈ້ງໃຫ້ແຕ່ລະຂະແໜງການ, ທ້ອງຖິ່ນເພື່ອສຳຫຼວດກວດຄືນ, ກວດກາ, ຄວບຄຸມໃຫ້ໄດ້”.
ເຖິງປີ 2035, ຮ່າໂນ້ຍ ຈະກາຍເປັນຕົວເມືອງສີຂຽວ, ອັດສະລິຍະ, ທັນສະໄໝ, ມີຄວາມສາມາດແກ້ງແຍ້ງສູງ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ; ທັງແມ່ນສູນໃຫຍ່ກ່ຽວກັບການສຶກສາ, ສາທາລະນະສຸກ, ການເງິນ, ການຄ້າ ແລະ ນະວັດຕະກຳຢູ່ພາກພື້ນ, ແມ່ນເປົ້າໝາຍແຜນຮ່າງຮູບແບບເຕີບໂຕໃໝ່ທີ່ ຮ່າໂນ້ຍມຸ່ງໄປເຖິງ.
ໃນຂະນະນັ້ນ, ດ້ວຍລະດັບເຕີບໂຕ 10% ທີ່ ໄດ້ມອບໝາຍໃຫ້ທັງປີ 2026 ແລະ ໄລຍະ 2026 – 2030, ທາງນະຄອນ ໂຮ່ຈີມິນ ໄດ້ປະກາດໃຊ້ແຜນການຊຸກຍູ້ການເຕີບໂຕໃຫ້ບັນລຸລະດັບ 2 ຕົວເລກ, ສຸມໃສ່ສາມກຳລັງໜູນຫຼັກ, ນັ້ນແມ່ນ: ການລົງທຶນ, ການບໍລິໂພກ, ການສົ່ງອອກ. ທ່ານ ຫງວຽນລົກຮ່າ ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈີມິນ ຢັ້ງຢືນວ່າ:
ເພື່ອຫັນບັນດາເປົ້າໝາຍໃຫຍ່ໃຫ້ປະກົດຜົນເປັນຈິງ, ຖັນແຖວພະນັກງານຕ້ອງປ່ຽນແປງວິທີການເຮັດວຽກ, ມີໝາກຜົນຢ່າງລະອຽດ, ວັດແທກໄດ້. ປີ 2026 ແມ່ນປີຕ້ອງເພີ່ມຄວາມໄວ. ຄວາມກົດດັນໃຫຍ່ ແຕ່ກໍ່ແມ່ນໂອກາດທອງເພື່ອຢັ້ງຢືນບົດບາດນຳໜ້າຂອງນະຄອນ ໂຮ່ຈີມິນ, ຫຍັບເຂົ້າໃກ້ກັບເປົ້າໝາຍແມ່ນນະຄອນປັນໜ້າດຳລົງຊີວິດ, ນັບມື້ນັບຍົກສູງຄຸນນະພາບການດຳລົງຊີວິດຂອງປະຊາຊົນ.
ຄວາມຕັດສິນໃຈໃນການກະທຳຂອງອຳນາດການປົກຄອງທ້ອງຖິ່ນໄດ້ແຜ່ກະຈາຍຢ່າງແຮງເຂົ້າພຶດຕິກຳຕົວຈິງ, ໄດ້ເຫັນເປັນລະອຽດທີ່ສຸດດ້ວຍຄວາມຄືບໜ້າຂອງບັນດາກິດຈະກຳຄົມມະນາຄົມ. 77 ໂຄງການຄົມມະນາຄົມ ດ້ວຍຍອດເງິນລົງທຶນເກືອບ 1,8 ລ້ານຕື້ດົງ (ປະມານ 70 ຕື້ USD) ເຊິ່ງແມ່ນການລົງທຶນພື້ນຖານໂຄງລ່າງໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນຂອງນະຄອນ ໂຮ່ຈີມິນ, ພວມໄດ້ຮັບການຜັນຂະຫຍາຍຖືກຕາມຄວາມຄືບໜ້າ, ປະກອບສ່ວນຊຸກຍູ້ນະຄອນພັດທະນາໄວ ແລະ ຍືນຍົງ. ການມອບຕົວເລກຄາດໝາຍບໍ່ພຽງແຕ່ໄດ້ຫັນເປັນຕົວເລກລະອຽດ, ຕິດພັນກັບຄວາມຮັບຜິດຊອບໃນການປະຕິບັດຢູ່ແຕ່ລະຂັ້ນ, ແຕ່ລະຂະແໜງການເທົ່ານັ້ນ ຫາກສິ່ງສຳຄັນກວ່າອີກ ນັ້ນແມ່ນສ້າງການເຊື່ອມຕໍ່, ແຜ່ກະຈາຍລະຫວ່າງບັນດາຂົ້ວເຕີບໂຕ. ເມື່ອເຂດໜຶ່ງບຸກທະລຸ ຈະພາໃຫ້ບັນດາເຂດໃກ້ຄຽງພັດທະນາ, ສ້າງການແຜ່ກະຈາຍຢ່າງຕັ້ງໜ້າໃນທົ່ວພື້ນຖານເສດຖະກິດ. ທ່ານ ຮສ.ປອ ເຈິ່ນດິ່ງທຽນ ອະດີດຫົວໜ້າສະຖາບັນຄົ້ນຄ້ວາເສດຖະກິດສູນກາງ ຖືວ່າ:
“ໃນສະພາບພື້ນຖານເສດຖະກິດພວມເຄື່ອນໄຫວຕາມທ່າອ່ຽງດີຂຶ້ນ” ບັນດາກຳລັງໜູນເຕີບໂຕບໍ່ຄົງຕົວແບບກະແຈກກະຈາຍ ຫາກຍັງມີການປະສານສົມທົບເຊິ່ງກັນແລະກັນ. ທຸກປັດໄຈນລ້ວນແຕ່ປະກອບສ່ວນເຂົ້າໃນການເຕີບໂຕລວມ ແລະ ການເຕີບໂຕລວມນັ້ນກໍ່ສ້າງເງື່ອນໄຂເພື່ອໃຫ້ບັນດາຂົງເຂດ, ເປົ້າໝາຍບຸລິມະສິດເພີ່ມລະດັບຄວາມໄວແລະ ປະສິດທິຜົນກວ່າເກົ່າ.
ໃນສະພາບການບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວພວມອີ່ມຕົວ, ເລື່ອງສ້າງກົນໄກ ແຂ່ງຂັນກັນພັດທະນາລະຫວ່າງບັນດາທ້ອງຖິ່ນ ອາດສາມາດກາຍເປັນການກະທົບສຳຄັນ. ເມື່ອຄວາມຮັບຜິດຊອບໄດ້ຫັນເປັນຈຳນວນ, ເມື່ອໝາກຜົນໄດ້ຮັບການວັດແທກຢ່າງໂປ່ງໃສ, ຄວາມກົດດັນຈະກາຍເປັນກຳລັງໜູນຂອງການປະຕິຮູບ. ບັນດາທ້ອງຖິ່ນ ບໍ່ພຽງແຕ່ “ແລ່ນໄວ” ເທົ່ານັ້ນ ຫາກຍັງ “ແລ່ນພ້ອມກັນ” ຜ່ານການເຊື່ອມຕໍ່ ແລະການປະສານສົມທົບຢ່າງມີປະສິດທິຜົນ, ເປົ້າໝາຍການເຕີບໂຕຢູ່ລະດັບສອງຕົວເລກບໍ່ພຽງແຕ່ແມ່ນຄວາມມຸ່ງຫວັງທາງນະໂຍບາຍເທົ່ານັ້ນ ຫາກສາມາດກາຍເປັນໝາກຜົນທີ່ເປັນໄປໄດ້ ຂອງລະບົບເສດຖະກິດທີ່ເຄື່ອນໄຫວຢ່າງຄົບຊຸດ ແລະ ທັນສະໄໝ.








