ບ​ັ້ນ​ຈຸດ​ສຸມໄດ້​ດຳ​ເນີນ​ແຕ່ວ​ັນ​ທີ 7 ຫາ​ວັນ​ທີ 30 ພຶດ​ສະ​ພາ​ປີ 2026 ໂດຍ​ສຸມ​ໃສ່ທຳລາຍລ້າງບັນ​ດາ​ໜ້ານ​ເວັບ ແລະ ອົງ​ການ​ບໍ​ລິ​ຫານ​ບັນ​ດາ​ເວັບ​ໄຊທີ່​ລະ​ເມີດ​ລິ​ຂະ​ສິດ​ທາງ​ອອນລາຍ​ທີ່​ມີ​ຜູ້​ເຂົ້າ​ເບິ່ງຫຼາຍ; ແກ້​ໄຂ​ລົງ​ໂທດ​ການ​ລະ​ເມີດ​ລິ​ຂະ​ສິດ​ຟິມ​ຮູບ​ເງົາ, ດົນ​ຕີ, ເກມເອ​ເລັກ​ໂຕ​ນິກ, ລະ​ເມີດ​ສິດ​ຊັບ​ສິນ​ອຸດ​ສາ​ຫະ​ກຳ, ສິນ​ຄ້າ​ປອມ.

ບັນ​ດາ​ການ​ຫັນ​ປ່ຽນ

ການຮັດ​ແໜ້ນສິດ​ລິ​ຂະ​ສິດ​ແມ່ນ​ການ​ເປີດ​ກ້​ວາງ​ໃຫ້​ແກ່​ຜູ້​ເຮັດ​ແທ້, ລົງ​ທຶນ​ແທ້. ເພື່ອ​ຜັນ​ຂະ​ຫຍາຍ​ບັ້ນ​ເຄື່ອນ​ໄຫວນີ້, ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ ຫວຽດ​ນາມ ໄດ້​ຊີ້​ນຳ​ກຳ​ລັງ​ຄຸ້ມ​ຄອງ​ຕະຫຼາດ ເພີ່ມ​ທະ​ວີ​ການກວດ​ກາ, ສຳຫຼວດ, ຕິດ​ຕາມກວດ​ກາ, ແກ້​ໄຂ​ລົງໂທດ​ຢ່າງ​ເຂັ້ມ​ງວດຕໍ່​ບັນ​ດາ​ການ​ລະ​ເມີດ​ສິດ​ຊັບ​ສິນ​ທາງ​ປັນ​ຍາ, ພິ​ເສດ​ແມ່ນ ລະ​ເມີດ​ສິດ​ຊັບ​ສິນ​ອຸດ​ສາ​ຫະ​ກຳ, ສິນ​ຄ້າ​ປອມ. ທ່ານ ຫງວຽນ​ແທັງ​ບິນ ຮອງ​ຫົວ​ໜ້າ​ກົມ​ຄຸ້ມ​ຄອງ ແລະ ພັດ​ທະ​ນາ​ຕະຫຼາດ​ພາຍ​ໃນ​ປະ​ເທດ, ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ ຫວຽດ​ນາມ ໃຫ້​ຮູ້​ວ່າ:

ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ ຫວຽດ​ນາມ ມອບ​ໃຫ້ ກົມ​ຄຸ້ມ​ຄອງ ແລະ ພັດ​ທະ​ນາ​ຕະຫຼາດ​ພາຍ​ໃນ​ປະ​ເທດ, ພິ​ເສດ​ແມ່ນ​ຫ້ອງວິ​ຊາ​ການ​ຄຸ້ມ​ຄອງ​ຕະຫຼາດ​ຈຸດ​ສຸມ​ໃນ​ເດືອນ​ພຶດ​ສະ​ພາ ແລະ ຊຸມ​ເດືອນ​ຕໍ່​ໄປ ຕ້ອງ​ເພີ່ມ​ທະ​ວີ​ການກວດ​ກາ. ໃນ​ບົດ​ລາຍ​ງານ​ໄດ້​ເຕືອນ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ສິນ​ຄ້າ​ປອມ, ສິນ​ຄ້າ​ລະ​ເມີດ​ສິດ​ຊັບ​ສິນ​ທາງ​​ປັນ​ຍາ, ພິ​ເສດ​ໄດ້​ເນັ້ນ​ໜັກ​ໃສ່ບໍ​ລິ​ເວນ, ນະ​ຄອນ​ໃຫຍ່ຈຳ​ນວນ​ໜຶ່ງ​ທີ່​ເປັນ​ສະ​ຖານ​ທີ່​ຮ້ອ​ນ​ເຮັ່ງ ເພື່ອ​ສຸ​ມ​ໃສ່​ແກ້​ໄຂ​ລົງ​ໂທດ.

ກະ​ຊວງ​ການ​ເງິນ ຫວຽດ​ນາມ ຊີ້​ນຳ​ກຳ​ລັງ​ພາ​ສີ ສົ​ມ​ທົບ​ກັບ​ບັນ​ດາ​ອົງ​ການ​ທີ່ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຢ່າງ​ແໜ້ນ​ແຟ້ນ ເພີ່ມ​ທະ​ວີ​ການກວດ​ກາ​ສິນ​ຄ້າ​ນຳ​ເຂົ້າ​ສົ່ງ​ອອກ​ຜ່ານ​ເຂດ​ຊາຍ​ແດນ; ເປັນ​ເຈົ້າ​ການ​ຢຸດ​ການ​ເຮັດ​ລະ​ບຽບ​ການ​ດ້ານ​ພາ​ສີ​ສຳ​ລັບ​ສິນ​ຄ້າ ເມື່ອ​​ມີ​ຂໍ້​ອ້າງ​ອີງ​ຢ່າງ​ຈະ​ແຈ້ງວ່າ​ແມ່ນ​ສິນ​ຄ້າ​ລະ​ເມີດ​ຊັບ​ສິນ​ທາງ​​ປັນ​ຍາ. ທ່ານ ດັ້ງ​ແທັງ​ຢຸ້ງ ຮອງ​ຫົວ​ໜ້າສາຂາ​ກົມ​ສືບ​ສວນ​ຕ້ານ​ການ​ຄ້າ​ຂາຍ​ເຖື່ອນ, ການສໍ້​ໂກງ​ການ​ຄ້າ, ກົມ​ພາ​ສີ​ອາ​ກອນ, ກະ​ຊວງ​ການ​ເງິນ ຫວຽດ​ນາມ ໃຫ້​ຮູ້​ວ່າ:

ກະ​ຊວງ​ການ​ເງິນ ຫວຽດ​ນາມ ແລະ ກົມ​ພາ​ສີ​ອາ​ກອນ ໄດ້​ຜັນ​ຂະ​ຫຍາຍ​ແຜນ​ການ​ຈຸດ​ສຸມການ​ຂົນ​ສົ່ງທີ່​ຜິດ​ກົດ​ໝາຍ ຫຼື​ສິນ​ຄ້າ​ປອມ, ສິນ​ຄ້າ​ລະ​ເມີດ​ສິດ​ຊັບ​ສິນ​ທາງ​ພູມ​ປັນ​ຍາຢ່າງ​ຂ້ຽວ​ຂາດ. ພວກ​ຂ້າ​ພະ​ເຈົ້າ​ມີຄວາມພະ​ຍາ​ຍາມ​ຢ່າງ​ຂ້ຽ​ວ​ຂາດ​ວ່າ​ ໃນ​ເດືອນ​ພະ​ຈິກ ຕ້ອງ​ຕັດ​ສິນ​ລົງ​ໂທດ​ເພີ່ມ​ຂຶ້ນ​ຢ່າງ​ໜ້ອຍ​ສຸດ 20% ຈຳ​ນວນ​ການ​ລະ​ເມີດ​ຊັບ​ສິນ​ທາງ​​ປັນ​ຍາ ແລະ ສິນ​ຄ້າ​ປອມ.

ການ​ສະ​ແດງ​ອອກ​ຂອງ​ການຄຸ້ມຄອງ​ບໍ​ລິ​ຫານ​ທັນ​ສະ​ໄໝ

ໃນ​ຂົງ​ເຂດ​​ຊັບ​ສິນ​ທາງ​​ປັນ​ຍາ, ຫວຽດ​ນາມ ບໍ່​ນອນ​ໃນ “ຊ່ອງຫວ່າງ​ດ້ານ​ນິ​ຕິ​ກຳ” ຄື​ເມື່ອ​ກ່ອນ​ແລ້ວ. ບັນ​ດາ​ລະ​ບອບ​ລະ​ບຽບ​ການ​ເພີ່ມ​ລະ​ດັບ​ລົງ​ໂທດ​ບໍ​ລິ​ຫ​ານ ແລະ ອາ​ຍາ ສຳ​ລັບ​ການ​ລະ​ເມີດ​ລິ​ຂະ​ສິດ​ດີ​ຈີ​ຕອນ ໄດ້​ສ້າງ​ສຳ​ເລັດ​ໃນ​ໄລ​ຍະ​ມໍ່ໆ​ມານີ້. ຄຽງ​ຂ້າງນັ້ນ, ເລື່ອງ​ບັນ​ດາ​ອົງ​ການ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໄດ້​ທຳ​ລາຍລ້າງ​ຕ່ອງ​ໂສ້ ແລະ ແກ້​ໄຂ​ລົງ​ໂທດ​ອາ​ຍາ ບັນ​ດາ​ເປົ້າ​ໝາຍທີ່​ມີ​ການ​ກະ​ທຳ​ລະ​ເມີດນັ້ນ ໄດ້​ສະ​ແດງ​ໃຫ້​ເຫັນ​ວິ​ທີ​ເຂົ້າ​ເຖິງ​ໄດ້ມີການ​ປ່ຽນ​ແປງ​ແລ້ວ, ຈາກ​ການ​ປັບ​ໄໝ​ລົງ​ໂທດ​ບໍ​ລິ​ຫານ ໄປ​ເປັນ​ປັບ​ໄໝ​ທີ່ແຮງຕໍ່ກັບ​ຕ່ອງ​ໂສ້ທີ່​ມີ​ຂອບ​ຂະ​ໜາດ​ໃຫ່​ຍ.

ນອກ​ຈາກ​ນັ້ນ​ແລ້ວ, ເລື່ອງ​ລັດ​ຖະ​ບານ ຫວຽດ​ນາມ ໄດ້​ຊີ້​ນຳ​ໂດຍ​ກົງ​ໃຫ້​ເຫັນ​ວ່າ ບັນ​ດາ​ຫາ​ລິ​ຂະ​ສິດ ບໍ່​ພຽງ​ແຕ່​ຖືກ​ຖື​ວ່າ​ແມ່​ນເລື່ອງ​ຂອງ​ກະ​ຊວງ, ຂະ​ແໜງ​ການ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ພາກ​ສ່ວນ​ໜຶ່ງ​ຂອງ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ດີ​ຈີ​ຕອນ ແລະ ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ອີກ​ດ້ວຍ. ເລື່ອງ ​ຫວຽດ​ນາມ ໄດ້​ປະ​ຕິ​ບັດ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ຢ່າງ​ຂ້ຽວ​ຂາດ​ກວ່າ ກ​ໍ່​ຈະ​ປະ​ກ​ອບ​ສ່ວນ​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ບັນ​ດາ​ນັກ​ລົງ​ທຶນ​ສາ​ກົນ ເຂົ້າ​ໃນ​ຕະຫຼາດ​ເຕັກ​ໂນ​ໂລ​ຊີ ແລະ ເນື້ອ​ໃນ​ດີ​ຈີ​ຕອນ​ຂອງ ຫວຽດ​ນາມ./.