ອິີີຣານ​ໄດ້​ຢຸດ​ຕິ​ການ​ຮ່ວມ​ມື​ກັບ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ (IAEA) ຈົນ​ຮອດ​ເວ​ລາທີ່​ຄວາມ​ໝັ້ນ​ຄົງ​ຂອງ​ບັນ​ດາ​ຮ​າ​ກ​ຖານ​ນິວ​ເຄຼຍ ແລະ ນັກ​ວິ​ທະ​ຍາ​ສາດ​​ຂອງປະ​ເທດ​ນີ້​ໄດ້​ຮັບ​ປະ​ກັນ. ວັນ​ທີ 5 ຕຸ​ລາ, ທ່ານ Vahid Ahmadi, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ອີ​ຣານ ໄດ້​ຍົກ​ອອກ​ແຈ້ງ​ການ​ດັ່ງ​ກ່າວ ແລະ ໃຫ້​ຮູ້​ວ່າຂໍ້​ຕົກ​ລົງ​ນີ້ ໄດ້​​ຮັບ​ການປະ​ຕິ​ບັດ​ຕາມ​ກົດ​ໝາຍ​ໂດຍ​ອົງ​ການ​ນິ​ຕິ​ບັນ​ຍັດ​ຂອງ​ປະ​ເທດ​ນີ້​ໄດ້​ຮັບ​ຮອງ​ເອົາ ເພື່ອ​ແນ​ໃສ່​ຮັບ​ມື​ຕໍ່​ໄພ​ນາບ​ຂູ່, ຜົນ​ເສຍ​ຫາຍທີ່​ມີ​ຕໍ່​ຮາກ​ຖານ​ນິວ​ເຄຼຍ​ຜ່ານ​ການ​ປະ​ທະ​ກັນ 2 ຄັ້ງ​ຫວ່າງ​ແລ້ວ​ນີ້ ແລະ ເລື່ອງ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ນິວ​ເຄຼຍ​ຂອງ ອີ​ຣານ​ຖືກ​ເຂັ່ນ​ຂ້າ. ຕາມ​ທ່ານ Ahmadi ແລ້ວ, ອີ​ຣານ ບໍ່​ເຊື່ອມ​ຕໍ່​ການ​ຮ່ວມ​ມື​ກັບ IAEA ​ຕາບ​ໃດ​ບັນ​ດາ​ເງື່ອນ​ໄຂ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ບັນ​ດາ​ຮາກ​ຖານ​ນິວ​ເຄຼຍ ແລະ ຖັນ​ແຖວ​ນັກ​ຊ່ຽວ​ຊານ​ປະ​ເທດ​ນີ້​​ບ​ໍທັນ່​ໄດ້​ຮັບ​ການ​ຕອບ​ສະ​ໜອງ.

ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ Ali Abdollahi ເສ​ນາ​ທິ​ການ​ໃຫຍ່ ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ ອີ​ຣານ ປະ​ກາດ​ວ່າ ເຕ​ເຮ​ຣານ ຈະ​ໂຕ້​ຕອບ​ເລັ່ງ​ໃສ່​ບັນ​ດາ​ຜົນ​ປະ​ໂຫຍດ​ຂອງ​ອາ​ເມ​ລິ​ກາ ຖ້າຫາກ ວໍ​ຊິງ​ຕັນ ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ຄັ້ງໃໝ່​ເລັ່ງ​ໃສ່​ອີ​ຣານ. ທ່ານ​ Abdollahi ກໍ່​ກ່າວ​ເຕືອນ​ວ່າ ອິດ​ສະ​ລາ​ແອັນ ບໍ່​​ປຸກ​ລະ​ດົມ​ການ​ກະ​ທະ​ກັນ​​ຄັ້ງໃໝ່, ພ້ອມ​ທັງ​ຢັ້ງ​ຢືນ​ວ່າ​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ​ອີ​ຣານ ຈະ​ໂຕ້​ຕອບ​ຖ້າ​​ຫາກເກີດ​ການ​ບຸກ​ໂຈມ​ຕີ.