|
(ພາບ: daidoanket.vn) |
ປື້ມປົກຄຳປະດິດຄິດສ້າງຫວຽດນາມ ປີ 2019 ແມ່ນບັນດາກິດຈະກຳ, ມາດຕະການແກ້ໄຂການປະດິດຄິດສ້າງທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີໃນຂົງເຂດວິທະຍາສາດທຳມະຊາດ, ວິທະຍາສາດເຕັກໂນໂລຊີ ແລະ ເຕັກນິກ ທີ່ໄດ້ຮັບລາງວັນໃນບັນດາການແຂ່ງຂັນ ເຊິ່ງໄດ້ຈັດຕັ້ງແຕ່ວັນທີ 01 ມັງກອນ 2017 ຮອດວັນທີ 30 ມິຖຸນາ 2019.
ໄລ່ຮອດວັນທີ 30 ມິຖຸນາ 2019, ຄະນະຈັດຕັ້ງໄດ້ຮັບ 137 ກິດຈະກຳປະດິດຄິດສ້າງວິທະຍາສາດ - ເຕັກໂນໂລຊີ ໂດຍບັນດາກະຊວງ, ຂະແໜງການ, ແຂວງ, ນະຄອນ ແນະນຳ. ສະພາຄັດເລືອກຈະປ່ອນບັດລັບເພື່ອເລືອກເອົາ 74 ກິດຈະກຳ, ມາດຕະການແກ້ໄຂໂດດເດັ່ນເພື່ອບັນທຶກໃສ່ປື້ມປົກຄຳປະດິດຄິດສ້າງປີ 2019. ພິທີປະກາດ “ປື້ມປົກຄຳປະດິດຄິດສ້າງຫວຽດນາມ” ປິ 2019 ຈະດຳເນີນໃນວັນທີ 27 ສິງຫາ 2019.









