ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານຮອງນາຍົກລັດຖະມົນຕີ ຈີນ ຫຼຽວເຄືອ (ພາບ: News.cn)

ບັນດາອົງການນີ້ ກໍໃຫ້ຮູ້ວ່າ ການສົ່ງອອກສະບຽງອາຫານ ແລະ ບັນດາຜະລິດຕະພັນກະເສດຂອງ ອາເມລິກາ ແມ່ນໄດ້ຮັບຜົນປະໂຫຍດຈາກເລື່ອງ ຈີນຫຼຸດຜ່ອນອັດຕາພາສີ ນຳເຂົ້າ. ທ່ານລັດຖະມົນຕີກະຊວງກະສິກຳ ອາເມລິກາ Sonny Perdue ໃຫ້ຮູ້ວ່າ ຈີນ ພວມກ້າວເດີນຢ່າງຖືກທິດໃນການປະຕິບັດຂໍ້ຕົກລົງການຄ້າໄລຍະ 1 ກັບ ອາເມລິກາ. ທ່ານ Sonny Perdue ກໍເນັ້ນໜັກວ່າ ອາເມລິກາຈະສືບຕໍ່ສົມທົບກັບ ຈີນ ເພື່ອຮັບປະກັນໃຫ້ປະເທດນີ້ປະຕິບັດບັນດາຄຳໝັ້ນສັນຍາຂອງຕົນ ພ້ອມທັງຫວັງວ່າ ສອງຝ່າຍຈະບັນລຸໄດ້ຄວາມຄືບໜ້າທີ່ດີຕື່ມອີກ ເມື່ອສືບຕໍ່ການເຈລະຈາສອງຝ່າຍ.

ຟ້າມຮວັນ - ນັກຂ່າວ VOV ປະຈຳ ອາເມລິກາ