ທ່ານ Steven Mnuchin ລັດຖະມົນຕີກະຊວງການເງິນ ອາເມລິກາ ແລະ ທ່ານ ຫຼຽວເຄືອ ຮອງນາຍົກລັດຖະມົນຕີຈີນ (ພາບ: China Plus/TTXVN)

ວັນທີ 11 ມັງກອນ, ໜັງສືພິມ Wall Street Journal ໄດ້ລົງຂ່າວກ່ຽວກັບການເຊື່ອມຕໍ່ບັນດາການປຶກສາຫາລືໃນຂອບເຂດ “ການເຈລະຈາ ເສດຖະກິດຢ່າງຮອບດ້ານລະຫວ່າງ ອາເມລິກາ - ຈີນ” ເຊິ່ງຈະໄດ້ປະກາດໃນວັນທີ 15 ມັງກອນ ຄືເປັນສ່ວນໜຶ່ງທີ່ສຳຄັນໃນພິທີລົງນາມຂໍ້ຕົກລົງດ້ານການຄ້າໄລຍະທີ 1 ລະຫວ່າງບັນດາເຈົ້າໜ້າທີ່ຂັ້ນສູງຂອງ ອາເມລິກາ ແລະ ຈີນ ໂດຍ ທ່ານ Steven Mnuchin ລັດຖະມົນຕີກະຊວງການເງິນ ອາເມລິກາ ແລະ ທ່ານ ຫຼຽວເຄືອ ຮອງນາຍົກລັດຖະມົນຕີຈີນ ນຳໜ້າເຂົ້າຮ່ວມການເຈລະຈາ. ບັນດາວາລະກອງປະຊຸມ ຕາມການກຳນົດເວລາ ລະຫວ່າງ ສອງຝ່າຍຈະຊຸກຍູ້ບັນດາການປຶກສາຫາລືຂັ້ນສູງ ແລະ ຮັກສາຄວາມສະຖຽນລະພາບລະຫວ່າງ ສອງ ພື້ນຖານເສດຖະກິດໃຫຍ່ທີ່ສຸດຂອງໂລກ.