ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ ແລະ ຄູ່ຮ່ວມຕຳແໜ່ງ ຟີລິບປິນ

(ພາບ: CNN ຟີລິບປິນ)

ໃນຂະນະນັ້ນ, ປະກາດໃນເວັບໄຊຂອງກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ນັກການທູດແຖວໜ້າສອງທ່ານຂອງ ຟີລິບປິນ ແລະ ອາເມລິກາ ໄດ້ປຶກສາຫາລືກ່ຽວກັບບັນດາໂອກາດເພື່ອປັບປຸງສຳພັນທະມິດລະຫວ່າງ ອາເມລິກາ - ຟີລິບປິນໃຫ້ດີກ່ວາອີກ ແລະ ລັກສະນະບັງຄັບຂອງຄຳຕັດສິນຂອງສານກຳທະການໃນປີ 2016 ສຳລັບທຸກຝ່າຍຢູ່ ທະເລຕາເວັນອອກ, ພ້ອມທັງກໍ່ໄດ້ປຶກສາຫາລືກ່ຽວກັບການພົວພັນດ້ານເສດຖະກິດ, ຄວາມໝັ້ນຄົງ, ປະຊາທິປະໄຕແລະ ການພົບປະແລກປ່ຽນປະຊາຊົນ, ສ້າງການພົວພັນຢ່າງໜັກແໜ້ນ ລະຫວ່າງສອງປະເທດ.

ປີ 2016, ສານກຳມະການຢູ່ ລາໄຮ ໄດ້ຮັບຮອງເອົາບັນດາສິດອະທິປະໄຕຂອງຟີລິບປິນຢູ່ບັນດາເຂດໃນເຂດເສດຖະກິດພິເສດ ເຊິ່ງມີການຂັດແຍ້ງກັນກັບຈີນ ແລະ ປະຕິເສດຖະແຫຼງການອະທິປະໄຕຂອງບັກກີ່ງ ສຳລັບທະເລຕາເວັນອອກເກືອບທັງໝົດ.

ເຮືອງຈາ, ຮັກຂ່າວ VOV ປະຈຳ ອິນໂດເນເຊຍ