ອາຊຽນ ແລະ ຈີນ ເລີ່ມປຶກສາຫາລືກ່ຽວກັບການຍົກລະດັບເຂດການຄ້າເສລີ
08/02/2023 11:19
(VOVWORLD) -ການປຶກສາຫາລືຮອບທຳອິດໃນຂອບເຂດການເຈລະຈາຍົກລະດັບເຂດການຄ້າເສລີ ລະຫວ່າງ ອາຊຽນ ແລະ ຈີນ (ACFTA )ເລີ່ມແຕ່ວັນທີ 7 ກຸມພາ ຕາມຮູບແບບທາງໄກ.

ພາບ: VCG ຕາມກະຊວງການຄ້າຈີນແລ້ວ, ຢູ່ໃນການເຈລະຈາ, ສອງຝ່າຍໄດ້ປຶກສາຫາລືຢ່າງລະອຽດກ່ຽວກັບລະບຽບການ, ການຈັດຕັ້ງ ແລະ ແຜນການປະຕິບັດງານຂອງການເຈລະຈາ, ກຳນົດວັນເວລາ ແລະ ຂັ້ນຕອນໃຫ້ແກ່ການເຈລະຈາຄັ້ງຕໍ່ໄປ. ກ່ອນໜ້ານັ້ນ, ເມື່ອເດືອນພະຈິກ ປີ 2022, ຈີນ ແລະ ອາຊຽນ ໄດ້ຖະແຫຼງເລີ່ມ ເຈລະຈາຍົກລະດັບ ACFTA ຢ່າງເປັນທາງການ.
TAG
VOV/VOVworld/ອາຊຽນ/ຈີນ
Related




