ນາຍທະຫານ NATO ລາດຕະເວັນຢູ່ແຂວງ Nangarhar ອາບການິດສະຖານ (ພາບ: AFP/TTXVN) |
ຕາມນັ້ນແລ້ວຈຳນວນພົນທະຫານອາເມລິກາຢູ່ ອາບການິດສະຖານ ຈະຫຼຸດລົງເຫຼືອພຽງ 8.600 ຄົນ. ວິວັດທະນາການຖອນທະຫານຂອງອາເມລິກາຈະໄດ້ດຳເນີນໃນຮອບເວລາ 14 ເດືອນຖ້າຫາກວ່າເງື່ອນໄຂຄວາມໝັ້ນຄົງໄດ້ຮັບປະກັນ. ເຖິງຢ່າງໃດກໍ່ຕາມ, ອາເມລິກາຍັງຮັກສາບັນດາພາຫະນະການທະຫານທັງໝົດແລະອຳນາດຕັດສິນເພື່ອປະຕິບັດບັນດາເປົ້າໝາຍຂອງອາເມລິກາໃຫ້ສຳເລັດຜົນ, ໃນນັ້ນມີການປະຕິບັດບັນດາບັ້ນຕ້ານການກໍ່ການຮ້າຍເພື່ອແນໃສ່ເຄືອຂ່າຍການກໍ່ການຮ້າຍສາກົນ Al-Quaeda ແລະ ອົງການລັດອິດສະລາມຢູ່ອີຣັກແລະ Levant (ISIS - K), ພ້ອມກັນນັ້ນກໍ່ສະໜອງການໜູນຊ່ວຍໃຫ້ແກ່ບັນດາກຳລັງປ້ອງກັນຊາດ - ປ້ອງກັນຄວາມສະຫງົບຢູ່ອາບການິດສະຖານ.





