ທ່ານ ຫວູດ້າຍທັ໊ງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ (ພາບ: baodautu.vn) |
ນີ້ແມ່ນຄັ້ງທຳອິດ ທີ່ກອງປະຊຸມສົ່ງເສີມການລົງທຶນຂະໜາດໃຫຍ່ໄດ້ຮັບການຈັດຕັ້ງທາງອອນລາຍໂດຍມີການເຂົ້າຮ່ວມຂອງວິສາຫະກິດຍີ່ປຸ່ນ 1000 ແຫ່ງຈາກບັນດາສະຖານທີ່ເຊື່ອມຕໍ່ຢູ່ຍີ່ປຸ່ນ ແລະ ໃນທົ່ວໂລກ, ຊຶ່ງສະແດງໃຫ້ເຫັນຄວາມເອົາໃຈໃສ່ ແລະການຕັ້ງຄວາມຫວັງຢ່າງໃຫຍ່ຂອງປະຊາຄົມວິສາຫະກິດຍີ່ປຸ່ນຕໍ່ຫວຽດນາມ. ກອງປະຊຸມໄດ້ສະໜອງບັນດາຂໍ້ມູນຂ່າວສານຫຼ້າສຸດກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນຕາມທິດສ້າງກອບນິຕິກຳທີ່ສະດວກ, ໂປ່ງໃສ, ແກ້ງແຍ່ງ ໃຫ້ເໝາະສົມກັບທຳນຽມສາກົນ. ທ່ານ ຫວູດ້າຍທັ໊ງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຢັ້ງຢືນວ່າ:
ຈຸດທີ່ພວກເຮົາຢາກເນັ້ນໜັກເຖິງນັ້ນ ແມ່ນ ປັດຈຸບັນ ຫວຽດນາມໄດ້ເຊື່ອມໂຍງເຂົ້າກັບບັນດາສັນຍາການຄ້າເສລີໃນທົ່ວໂລກຢ່າງເລິກເຊິ່ງກ້ວາງຂວາງ, ພິເສດແມ່ນສັນຍາ TPP, EVFTA ທີ່ຫາກໍ່ໄດ້ລົງນາມ. ນີ້ຈະແມ່ນໜຶ່ງໃນບັນດາເສັ້ນທາງເພື່ອເຊື່ອມຕໍ່ສິນຄ້າທີ່ໄດ້ຜະລິດຢູ່ຫວຽດນາມກັບບັນດາຕະຫຼາດໃຫຍ່ໃນທົ່ວໂລກຢ່າງແຮງທີ່ສຸດ.








