VOV WorldVOV World
ຈີນ ຍັງບໍ່ທັນປະນິປະນອມ ພາຍຫລັງການຕັດສິນໂຈະການຈັດວາງອັດຕາພາສີຂອງ ອາເມລິກາ
15/08/2019 06:42
(VOVWORLD) - ວັນທີ 14 ສິງຫາ, ທ່ານລັດຖະມົນຕີກະຊວງການຄ້າ ອາເມລິກາ Wilbur Ross ໃຫ້ຮູ້ວ່າ: ຈີນ ຍັງບໍ່ທັນມີຄວາມປະນິປະນອມ ພາຍຫລັງ ອາເມລິກາ ຕັດສິນໂຈະການຈັດວາງອັດຕາພາສີຕໍ່ບາງປະເພດສິນຄ້ານຳເຂົ້າຂອງປະເທດນີ້ຈົນຮອດກາງເດືອນ ທັນວາ. ທ່ານ Wilbur Ross ກໍ່ຖືວ່າ: ປັດຈຸບັນຍັງໄວເກີນໄປ ເພື່ອຕີລາຄາບາດກ້າວຄືບໜ້າດີຂອງບັນດາການເຈລະຈາດ້ານການຄ້າລະຫວ່າງ ອາເມລິກາ - ຈີນ.
ຈີນ ຍັງບໍ່ທັນປະນິປະນອມ ພາຍຫລັງການຕັດສິນໂຈະການຈັດວາງອັດຕາພາສີຂອງ ອາເມລິກາ
ເມື່ອຕອບສຳພາດຕໍ່ຊ່ອງໂທລະພາບ CNBC, ທ່ານ Wilbur Ross ໃຫ້ຮູ້ວ່າ: ເຖິງວ່າໄດ້ມີບັນດາການໂອ້ລົມທາງໂທລະສັບລະຫວ່າງ 2 ຝ່າຍຕື່ມອີກກໍ່ຕາມ, ແຕ່ວັນເວລາດຳເນີນຮອບເຈລະຈາຕໍ່ໄປຍັງບໍ່ທັນກຳນົດໄດ້ເທື່ອ. ຕາມທ່ານ Wilbur Ross ແລ້ວ, ຍັງໄວເກີນໄປ ເພື່ອຕີລາຄາບາດກ້າວຄືບໜ້າດີໃນການເຈລະຈາດ້ານການຄ້າ ຈົ່ງລໍຖ້າຈົນເຖິງເມື່ອໃດມີແຈ້ງການຢ່າງເປັນທາງການ ແລະ ບັນລຸໄດ້ຄວາມເຫັນດີເປັນເອກະພາບລວມ.  ທ່ານລັດຖະມົນຕີກະຊວງການຄ້າ ອາເມລິກາ Wilbur Ross  (ພາບ: AFP/TTXVN)         ກ່ອນໜ້ານັ້ນ, ວັນທີ 13 ສິງຫາ, ທ່ານ Robert Lighthuzer ຜູ້ຕາງໜ້າດ້ານການຄ້າ ອາເມລິກາ ໃຫ້ຮູ້ວ່າ: ລັດຖະບານ ອາເມລິກາ ຈະໂຈະການຈັດວາງອັດຕາພາສີ 10% ຕໍ່ສິນຄ້າເອເລັກໂຕນິກທີ່ນຳເຂົ້າຈາກ ຈີນ ຈົນເຖິງວັນທີ 15 ທັນວາ.
TAG
VOV/VOVworld/ຈີນ/ປະນິປະນອມ/ອາເມລິກາ

More