ບັນດາຜູ້ອາສາສະໝັກ, ພະນັກງານ, ຄູອາຈານມະຫາວິທະຍາໄລແຫ່ງຊາດໂຮ່ຈີມິນເຂົ້າການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 (ພາບ: GDDT) |
ຢູ່ນະຄອນໂຮ່ຈີມິນ, ມີຊາວໜຸ່ມຫຼາຍຄົນໄດ້ຕັ້ງໜ້າມີບັນດາການປະກອບສ່ວນຢ່າງລະອຽດ, ມີຫົວຄິດປະດິດສ້າງເພື່ອເຂົ້າຮ່ວມວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19.
ດ້ວຍຄວາມຫວັງຢາກປະກອບສ່ວນກຳລັງໜຸ່ມເຂົ້າໃນວຽກງານປ້ອງກັນ, ຄວບຄຸມໂລກລະບາດ Covid – 19 ຂອງນະຄອນ, ຊາວໜຸ່ມສູນພັດທະນາວິທະຍາສາດແລະເຕັກໂນໂລຢີໜຸ່ມ, ຄະນະຊາວໜຸ່ມນະຄອນໂຮ່ຈີມິນໄດ້ສົມທົບກັບຖັນແຖວນັກວິທະຍາສາດ, ນັກຊ່ຽວຊານຂອງມະຫາວິທະຍາໄລສັບພະວິຊານະຄອນໂຮ່ຈີມິນຄົ້ນຄ້ວາປະຕິບັດ, ເປີດຕົວຕູ້ຂ້າເຊື້ອທົ່ວຮ່າງກາຍ.
ຢູ່ແຂວງຫ໋າຍເຢືອງ, ສະມາຊິກຊາວໜຸ່ມແຂວງຫ໋າຍເຢືອງໄດ້ແຈກຢາຍຜ້າອັດປາກ - ອັດດັງ ນັບຫຼາຍສິບພັນອັນ, ນ້ຳຢາລ້າງມືຂ້າເຊື້ອ ນັບຫຼາຍພັນຕຸກ, ສະບູຂ້າເຊື້ອ…ໃຫ້ແກ່ປະຊາຊົນໂດຍບໍ່ເສຍຄ່າ.
ຄະນະຊາວໜຸ່ມແຂວງບາກລຽວໄດ້ຈັດຕັ້ງການປຸກລະດົມສະໜັບສະໜູນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19, ແຈກຢາຍຜ້າອັດປາກ -ອັດດັງ… ຍູ້ແຮງການໂຄສະນາການປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດ.
ດ້ວຍຫົວຂໍ້ “ຊາວໜຸ່ມຕຽນຢາງອາສາສະໝັກ, ມີຫົວຄິດປະດິດສ້າງເພື່ອວົງຄະນະຍາດ”, ບັນດາການເຄື່ອນໄຫວໃນເດືອນຊາວໜຸ່ມປີ 2020 ຂອງແຂວງໄດ້ດຶງດູດການເຂົ້າຮ່ວມຂອງສະມາຊິກຊາວໜຸ່ມ, ຊາວໜຸ່ມເປັນຈຳນວນຫຼວງຫຼາຍແລະເໝາະສົມກັບສະພາບການຕົວຈິງຂອງທ້ອງຖິ່ນກໍ່ຄືສະພາບການຜັນແປຢ່າງສັບສົນຂອງໂລກລະບາດ Covid – 19.





