ເຫດຍິງປືນຢ່າງນອງເລືອດໃນຕອນແລງວັນທີ 08 ກຸມພາ ຢູ່ນະຄອນ Korat (ພາບ: TTXVN) |
ຕົວການດັ່ງກ່າວຖືກດັບສູນຢູ່ສູນການຄ້າ Terminal 21. ວິທະຍຸກະຈາຍສຽງ ໄທ ໃຫ້ຮູ້ວ່າ: ຕອນເຊົ້າວັນທີ 09 ກຸມພາ, ທ່ານນາຍົກລັດຖະມົນຕ ໄທ ປຣາຢຸດ ຈັນໂອຈາ ໄດ້ລົງແຂວງ Nakhon Ratchasima ເພື່ອຢື້ຢາມຖາມຂ່າວຄົນເຈັບ. ໃນຕອນຄ່ຳວັນທີ 08 ກຸມພາ, ທ່ານນາຍົກລັດຖະມົນຕີ ປຣາຢຸດ ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈເຖິງຄອບຄົວບັນດາຜູ້ປະສົບເຄາະຮ້າຍ, ພ້ອມທັງອອກຄຳສັ່ງໃຫ້ບັນດາອົງການເຈົ້າໜ້າທີ່ທີ່ກ່ຽວຂ້ອງທັງໝົດນັ້ນແກ້ໄຂສະພາບການຢ່າງວ່ອງໄວ.







