ແຂວງເທື່ອທຽນເຫ້ວຕ້ອງມີບາດກ້າວບຸກທະລຸໃນການພັດທະນາເສດຖະກິດ,ສັງຄົມ
08/08/2016 06:53
ຕອນບ່າຍວັນທີ 7/8, ຢູ່ນະຄອນ ເຫ້ວ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ເຮັດວຽກກັບການນຳແຂວງເທື່ອທຽນ ເຫ້ວ ກ່ຽວກັບສະພາບພັດທະນາເສດຖະກິດ - ສັງຄົມໄລຍະ 6 ເດືອນຕົ້ນປີ 2016

ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ເຮັດວຽກຢູ່ແຂວງ ເທື່ອທຽນເຫ້ວ
(ພາບ: VGP/Thành Chung)
(vovworld) – ຕອນບ່າຍວັນທີ 7/8, ຢູ່ນະຄອນ ເຫ້ວ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ເຮັດວຽກກັບການນຳແຂວງເທື່ອທຽນ ເຫ້ວ ກ່ຽວກັບສະພາບພັດທະນາເສດຖະກິດ - ສັງຄົມໄລຍະ 6 ເດືອນຕົ້ນປີ 2016. ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຮຽກຮ້ອງໃຫ້ແຂວງ ເທື່ອທຽນເຫ້ວ ຈົ່ງມີບາດກ້າວບຸກທະລຸໃນການພັດທະນາເສດຖະກິດ, ສັງຄົມ, ເລືອກເຟັ້ນເອົາອຸດສາຫະກຳ ເຕັກໂນໂລຢີສູງເພື່ອພັດທະນາ, ສ້າງແຜນຮ່າງພັດທະນາເຂດບືງ ຕາມຢາງ - ເກົ່າຮາຍໂດຍໄວ ແລະ ຕ້ອງປະຕິບັດການສ້າງໂຄງປະກອບກະສິກຳຄືນໃໝ່. ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ: ລັດຖະບານຈະປະກາດໃຊ້ບ້ວງເງິນສັງລວມໜູນຊ່ວຍໃຫ້ບັນດາແຂວງພາກກາງ ຖືກຜົນສະທ້ອນຍ້ອນເຫດມົນລະຜິດສິ່ງແວດລ້ອມທະເລ.
Tag:
TAGvovworld/ເສດຖະກິດ/ສັງຄົມ