ທ່ານ Antonio Guterres ເລຂາທິການໃຫຍ່ສປຊ (ພາບ: TTXVN)

ທ່ານ Antonio Guterres ເລຂາທິການໃຫຍ່ສປຊຖືວ່າບໍ່ມີປະເທດໃດສະມາດຮັບມືກັບໂລກລະບາດດ້ວຍຕົນເອງໄດ້. ຍິ່ງກ່ວາເວລາໃດໝົດ, ລັດຖະບານບັນດາປະເທດຕ້ອງຮ່ວມມືເພື່ອຟື້ນຟູບັນດາພື້ນຖານເສດຖະກິດ, ເປີດກ້ວາງການລົງທຶນພາກລັດ, ຊຸກຍູ້ການຄ້າ ແລະ ຮັບປະກັນການໜູນຊ່ວຍໃຫ້ແກ່ປະຊາຊົນກໍ່ຄືປະຊາຄົມທີ່ໄດ້ຮັບຜົນສະທ້ອນຈາກໂລກລະບາດ Covid – 19. ທ່ານ Antonio Guterres ເນັ້ນໜັກວ່າໂລກລະບາດ Covid – 19 ໄດ້້ເຮັດໃຫ້ “ພື້ນຖານເສດຖະກິດທົ່ວໂລກມີຄວາມສ່ຽງຕົກເຂົ້າສູ່ ສະພາບຊຸດໂຊມຢ່າງແທ້ຈິງ ແລະ ນັບມື້ນັບເພີ່ມຂຶ້ນ”.