ເລີ່ມແຕ່ວັນທີ 15 ມີນາ, ປະຕິບັດວິໄຈເລືອດຕໍ່ຜູ້ໂດຍສານມາຈາກເອີລົບ ແລະ ອາເມລິກາ

(ພາບ: cand.com.vn)

ນີ້ແມ່ນຂໍ້ມູນເຊິ່ງໄດ້ທ່ານ ຫງວຽນແທງລອງ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມຍົກອອກທີ່ກອງປະຊຸມທາງອອນລາຍເຝິກອົບຮົມການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ຮັບໃຊ້ການສະກັດກັ້ນໂລກລະບາດ Covid – 19 ເຊິ່ງໄດ້ດຳເນີນໃນຕອນເຊົ້າວັນທີ 15 ມີນາ ຢູ່ຮ່າໂນ້ຍ.

ປັດຈຸບັນ, ກະຊວງສາທາລະນະສຸກ ພວມຕັ້ງໜ້າສົມທົບກັບບັນດາກຸ່ມບໍລິສັດໂທລະຄົມມະນາຄົມພາຍໃນປະເທດ ຍູ້ແຮງການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ເພື່ອສ້າງເງື່ອນໄຂໃຫ້ແກ່ການແຈ້ງອາການສຸຂະພາບຂອງປະຊາຊົນ