(ພາບ: REUTERS)
ວັນທີ 03 ກັນຍາ, ລັດຖະບານ ເນປານ ໄດ້ປະກາດຈັດພິທີໄວ້ທຸກລະດັບຊາດໃນວັນທີ 07 ກັນຍາ ເພື່ອອາໄລຫາບັນດາເສຍຊີວິດໃນເຫດໄພທຳມະຊາດນ້ຳໄຫຼຊຸຢູ່ເມືອງ Rasuwa. ມື້ນີ້ໄດ້ກຳນົດຕາມປະເພນີຈັດພິທີອາໄລຫາຂອງຊາວ Hindu, ວັນໄວ້ທຸກລະດັບຊາດຈະຈັດຂຶ້ນໃນວັນທີ 13 ວັນພາຍຫຼັງເກີດໄພພິບັດ.
ທ່ານ Sasmit Pokharel, ໂຄສົກລັດຖະບານ, ທັງເປັນລັດຖະມົນຕີກະຊວງສຶກສາ ແລະ ກິລາ ເນປານ ໃຫ້ຮູ້ວ່າ ໃນວັນໄວ້ທຸກລະດັບຊາດ, ທຸງຊາດຈະລົດລົງເຄິ່ງເສົາຢູ່ບັນດາສຳນັກງານລັດຖະບານໃນທົ່ວປະເທດ ເນປານ ກໍຄືຢູ່ບັນດາສະຖານທູດ ແລະ ອົງການຜູ້ຕາງໜ້າການທູດຂອງ ເນປານ ຢູ່ຕ່າງປະເທດ. ນອກນັ້ນ, ລັດຖະບານກໍ່ຕົກລົງສະໜອງຈຳນວນເງິນໜູນຊ່ວຍຄວາມສ່ຽງໄພໃຫ້ແກ່ບັນດາຜູ້ຮັບບາດເຈັບ ແລະ ຜູ້ເສຍຊີວິດ. ໄລ່ຮອດຕອນເຊົ້າວັນທີ 04 ກັນຍາ, ມີຜູ້ເສຍຊີວິດໜ້ອຍສຸດ 1.259 ຄົນ ແລະ ກວ່າ 5.000 ຄົນຍັງຫາຍສາບສູນຢູ່.





