ເຈົ້າໜ້າທີ່ ສປຊ ແລະ ເຈົ້າໜ້າທີ່ຂອງ ເນປານ ໃຫ້ຮູ້ວ່າ ການເຂົ້າເຖິງບັນດາຜູ້ລອດຊີວິດພາຍຫຼັງເຫດນ້ຳໄຫຼຊຸຢູ່ ເນປານ ພວມປະສົບກັບສິ່ງທ້າທາຍໃຫຍ່ພໍສົມຄວນ, ກໍ່ຜົນກະທົບຕໍ່ການສະໜອງບັນດາເຄື່ອງຂອງທີ່ຈຳເປັນໄປຍັງຜູ້ທີ່ຕ້ອງການໄດ້ຮັບການຊ່ວຍເຫຼືອ. ວັນທີ 3 ກັນຍາ, ກ່າວຄຳເຫັນຕໍ່ວົງການນັກຂ່າວ ຢູ່ Kathmandu, ທ່ານນາງ Lila Pieters Yahia ຜູ້ປະສານງານປະຈຳ ຂອງ ສປຊ ໃຫ້ຮູ້ວ່າ ຂອບຂະໜາດຂອງການຖືກທຳລາຍແມ່ນຮ້າຍແຮງທີ່ສຸດ, ເຮັດໃຫ້ການເຂົ້າເຖິງປະສົບກັບຄວາມຫຍຸ້ງຍາກທີ່ສຸດ. ຕາມທ່ານນາງ Yahia ແລ້ວ, ບັນດາອົງການຂອງ ສປຊ ໄດ້ສະໜອງນ້ຳສະອາດ ແລະ ວັດຖຸອຸປະກອນທຳຄວາມສະອາດ, ກໍ່ຄືອາຫານການກິນ ແລະ ຢຸກຢາ. ຕາມຕົວເລກສະຖິຕິຂອງ ຈີນ - ເນປານ, ໄລ່ຮອດເວລາ 19 ໂມງ30ນາທີ ວັນທີ 3 ກັນຍາ (ຕາມເວລາ ຫວຽດນາມ), ມີຜູ້ເສຍຊີວິດ 1.273 ຄົນ ແລະ ຜູ້ຫາຍສາບສູນ 4.757 ຄົນ ຍ້ອນເຫດໄພພິບັດນ້ຳໄຫຼຊຸທີ່ຮ້າຍແຮງ ໃນວັນທີ 26 ສິງຫາ. ໃນຈຳນວນຜູ້ຫາຍສາບສູນມີຊາວຕ່າງປະເທດເກືອບ 600 ຄົນທີ່ມາຈາກຢ່າງໜ້ອຍສຸດ 34 ປະເທດ.




