ຄະນະປະຈຳສູນກາງສະຫະພັນແມ່ຍິງ ຫວຽດນາມ ຫາກໍ່ປະກາດໃຊ້ແຜນການຈັດຕັ້ງ “ເດືອນຮັບຟັງແມ່ຍິງເວົ້າ” ໃນທົ່ວລະບົບສະຫະພັນ. ການເຄື່ອນໄຫວແມ່ນເພື່ອແນໃສ່ເປັນເອກະພາບຄວາມຮັບຮູ້, ຄວາມຮັບຜິດຊອບຂອງທຸກຂັ້ນຂອງສະຫະພັນແມ່ຍິງ ຫວຽດນາມ ໃນການຮັບຟັງ, ກຳຄວາມໃນໃຈ, ຄວາມຫວັງຂອງແມ່ຍິງໄດ້ຢ່າງທັນການ, ເປັນຜູ້ຕາງໜ້າ, ປົກປ້ອງສິດ, ຜົນປະໂຫຍດອັນຊອບທຳ, ຖືກຕ້ອງຕາມກົດໝາຍຂອງແມ່ຍິງ; ເຕົ້າໂຮມ, ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ປະຕິບັດຢ່າງມີປະຊາທິປະໄຕ, ເພີ່ມທະວີຄວາມເຫັນດີເຫັນພ້ອມສັງຄົມ; ຕິດຕາມກວດກາ, ຕີລາຄາສັງຄົມ. ເນື້ອໃນ “ເດືອນຮັບຟັງແມ່ຍິງເວົ້າ” ລວມມີຫຼາຍບັນຫາຕິດພັນກັບຊີວິດສັງຄົມ. ແຕ່ລະປີ, ສະມາຄົມທຸກຂັ້ນທີ່ກຳນົດຫົວຂໍ້ຮັບຟັງແມ່ຍິງເວົ້າ ຕ້ອງອີງໃສ່ສະພາບການຕົວຈິງຂອງແຕ່ລະທ້ອງຖິ່ນ, ບັນດາແຜນນະໂຍບາຍ, ນະໂຍບາຍຕິດພັນກັບສິດ, ຜົນປະໂຫຍດອັນຊອບທຳ, ຖືກຕ້ອງຕາມກົດໝາຍຂອງສະມາຊິກ, ແມ່ຍິງ; ນະໂຍບາຍສະຫວັດດີການສັງຄົມ, ບັນດາເນື້ອໃນພິເສດສະເພາະຕາມເພດ, ຕາມເກນອາຍຸ, ຂະແໜງອາຊີບ…




