ຕອນ​ທ່ຽງ​ວັນ​ທີ 04 ກັນ​ຍາ, ທ່ານ Min Aung Hlaing, ປະ​ທາ​ນາ​ທິ​ບໍ​ດີ​ແຫ່ງ ສ.ສະ​ຫະ​​ພາບ ມຽນ​ມາ ແລະ ທ່ານ​ນາງ Kyu Kyu Hla, ພັນ​ລະ​ຍາ ໄດ້​ໄປ​ຮອດ ຮ່າ​ໂນ້ຍ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ, ແຕ່​ວັນ​ທີ 04 – 06 ກັນ​ຍາ, ຕາມ​ຄຳ​ເຊີນ​ຂອງ​ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫ​ຍ່​ຄະ​ນ​ະ​ບໍ​ລິ​ຫານ​ງານ​ສູນ​ກາ​ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ພັນ​ລະ​ຍາ.

ນີ້​ແມ່ນ​ການ​ຢ້ຽມ​ຢາມ​ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Min Aung Hlaing ນັບ​ແຕ່​ພາຍ​ຫຼັງ ມຽນ​ມາ ສຳ​ເລັດ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ (ເດືອນ ມັງ​ກອນ 2026) ແລະ ສ້າງ​ຕັ້ງ​ລັດ​ຖະ​ບານ​ໃໝ່ (ເດືອນ ເມ​ສາ 2026), ພ້ອມ​ກັນ​ນັ້ນກໍ່​ແມ່ນ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສຸດ​ລະ​ຫວ່າງ 2 ຝ່າຍ ນັບ​ແຕ່​ປີ 2019. ການ​ຢ້ຽມ​ຢາມ​ຈະ​ປະ​ກອບ​ສ່ວນ​ປັບ​ປຸງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ​່​ເປັນ​ມູນ​ເຊື້ອ, ຄູ່​ຮ່ວມ​ມື​ຢ່າງ​ຮອບ​ດ້ານ, ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ລະ​ຫວ່າງ 2 ປະ​ເທດ, ຊຸກ​ຍູ້​ການ​ເປີດກວ້າງ​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ນັບ​ທັງ​ຂົງ​ເຂດ 2 ຝ່າຍ ແລະ ຫຼາຍ​ຝ່າຍ.