(ພາບ: TTXVN
ວັນທີ 04 ກັນຍາ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກແຈ້ງການໃຫ້ຮູ້ວ່າ ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດແຫ່ງ ສສ. ຫວຽດນາມ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະເດີນທາງໄປຢ້ຽມຢາມທາງລັດຖະກິດ ສະຫະພັນ ລັດເຊຍ, ຢ້ຽມຢາມ ສ.ຝລັ່ງ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາວະກາດຢູ່ ປາຣີ, ປະເທດ ຝລັ່ງ ແຕ່ວັນທີ 07 – 12 ກັນຍາ.
ການຢ້ຽມຢາມ 2 ປະເທດດັ່ງກ່າວຄັ້ງນີ້ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ປະຕິບັດຕາມຄຳເຊື້ອເຊີນຂອງທ່ານ Vladimir Putin ປະທານາທິບໍດີ ສະຫະພັນ ລັດເຊຍ ແລະ ທ່ານ Emmanuel Macron, ປະທານາທິບໍດີ ສ.ຝລັ່ງ.
ເນື່ອງໃນໂອກາດນີ້, ທ່ານ ດັ້ງມິນຄອຍ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳສະຫະພັນ ລັດເຊຍ ໃຫ້ຮູ້ວ່າ, ການຢ້ຽມຢາມທາງລັດຖະກິດ ສະຫະພັນ ລັດເຊຍ ຄັ້ງນີ້ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ມີຄວາມໝາຍສຳຄັນພິເສດ. ນີ້ເປັນຄັ້ງທຳອິດທີ່ການນຳສູງສຸດຂອງພັກ, ລັດ ຫວຽດນາມ ໄປຢ້ຽມຢາມທາງລັດຖະກິດສະຫະພັນ ລັດເຊຍ ແລະ ໃນຖານະຕຳແໜ່ງທັງ 2 ແມ່ນເລຂາທິການໃຫຍ່ ແລະ ປະທານປະເທດ. ທ່ານເອກອັກຄະລັດຖະທູດ ດັ້ງມິນຄອຍ ໃຫ້ຮູ້ວ່າ:
“ຂ້າພະເຈົ້າເຊື່ອໝັ້ນວ່າ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ທ່ານປະທານາທິບໍດີ Vladimir Putin ຈະແລກປ່ຽນກ່ຽວກັບບັນດາການກຳນົດທິດຍຸດທະສາດຢ່າງເລິກເຊິ່ງ, ກວ້າງຂວາງ ເພື່ອຍົກລະດັບການພົວພັນລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ, ເປີດຫຼາຍທິດທາງການຮ່ວມມືໃໝ່ລະຫວ່າງ 2 ປະເທດໃນທຸກຂົງເຂດເຊິ່ງ 2 ຝ່າຍມີຄວາມຕ້ອງການ ແລະ ມີທ່າແຮງ ກໍຄືແລກປ່ຽນບັນດາບັນຫາໃຫຍ່ຂອງສະພາບການສາກົນ ແລະ ພາກພື້ນ”.





