ຖະແຫຼງການຂອງ ທ່ານປະທານາທິບໍດີ ອາເມລິກາ Donald Trump ສືບຕໍ່ສະແດງໃຫ້ເຫັນກຳລັງກົດດັນຂອງອຳນາດການປົກຄອງທ່ານ Trump ຕໍ່ກັບບັນດາພັນທະມິດ ເອີລົບ ໃນການແບ່ງປັນບັນຫາກ່ຽວຂ້ອງເຖິງ ຢູແກຼນ ຫຼາຍກວ່າ. ໃນບົດທີ່ໄດ້ເອົາລົງສື່ສັງຄົມໃນວັນທີ 3 ກັນຍາ, ທ່ານ Donald Trump ຖືວ່າ ເງິນນັບຮ້ອຍຕື້ USD ໄດ້ສະໜອງຟຣີ ໃຫ້ແກ່ຢູແກຼນ ແລະ ນາໂຕ, ໃນຂະນະທີ່ ນີ້ແມ່ນບັນດາບ້ວງເງິນເຊິ່ງ ເອີລົບ ຕ້ອງຈ່າຍ. ທ່ານປະທານາທິບໍດີ ອາເມລິກາ ຢັ້ງຢືນວ່າ ອາເມລິກາ ຈະຊອກຫາວິທີການເກັບຈຳນວນເງິນນີ້ຄືນ, ເຖິງວ່າໄດ້ຍອມຮັບວ່າການກະທຳດັ່ງກ່າວໄດ້ດຳເນີນຂ້ອນຂ້າງຊ້າ.




