ໃນຂອບເຂດໂຄງການຮ່ວມມືຜະລິດ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ – ໄທ, ນັກຂ່າວ ກິມເງິນ ຂອງພະແນກບັນນາທິການຂ່າວພາສາຕ່າງປະເທດ – ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ມີໂອກາດພ້ອມກັບຄະນະນັກຂ່າວ ຄະນະກຳມະການປະຊາສຳພັນ ໄທ ສຳພາດ ທ່ານ ນິວັດ ອາທິວັດນານົນ – ຮອງປະທານ SCG ຫວຽດນາມ, ທັງເປັນຜູ້ອຳນວຍການໃຫຍ່ ບໍລິສັດ ຫຸ້ນສ່ວນ ຢາງ ບິ່ງມິງ ກ່ຽວກັບວິວັດການເຄື່ອນໄຫວດຳເນີນທຸລະກິດຂອງບໍລິສັດຢູ່ ຫວຽດນາມ, ຂໍເຊີນບັນດາທ່ານຮັບຟັງເນື້ອໃນຕົ້ນຕໍຂອງການສຳພາດນີ້ ຜ່ານບົດຂຽນ: “34 ປີ SCG ຮ່ວມເດີນທາງພ້ອມກັບ ຫວຽດນາມ”
ພາຍຫຼັງ 34 ປີທີ່ເຄື່ອນໄຫວຢູ່ ຫວຽດນາມ, SCG ນັບມື້ນັບສະໜິດຕິດພັນກັບ ຕະຫຼາດ ແລະ ຊຸມຊົນທ້ອງຖິ່ນ. ຕາມທ່ານ ນິວັດ ອາທິວັດນານົນ ແລ້ວ, ຫວຽດນາມ ແມ່ນຕະຫຼາດສຳຄັນໃນຍຸດທະສາດການພັດທະນາຂອງ SCG ຢູ່ ASEAN. ວິສາຫະກິດກຳນົດວ່າ ການດຳເນີນທຸລະກິດຕ້ອງມຸ່ງໄປເຖິງຄວາມຍືນຍົງ ແລະ ສະໜິດຕິດພັນຍາວນານກັບທ້ອງຖິ່ນ.
ຈາກທິດທາງການພັດທະນາແບບຍືນຍົງ ແລະ ເປົ້າໝາຍການເຕີບໂຕສີຂຽວ, SCG ກຳລັງຍູ້ແຮງບັນດາມາດຕະການເພື່ອແນໃສ່ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມໃນການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ. ວິສາຫະກິດຖືວ່າ, ເປົ້າໝາຍ Net Zero ຂອງ ຫວຽດນາມ ແມ່ນເໝາະສົມກັບທິດທາງການພັດທະນາຂອງ SCG. ບົນພື້ນຖານບັນດາບົດຮຽນທີ່ໄດ້ຜັນຂະຫຍາຍຢູ່ ໄທ, SCG ກຳລັງນຳເອົາບັນດາຂໍ້ລິເລີ່ມສີຂຽວເຂົ້າມານຳໃຊ້ຢູ່ ຫວຽດນາມ ເທື່ອລະກ້າວ. ສິ່ງເປັນໜ້າສົນໃຈນັ້ນແມ່ນ ໂຄງການ Green Choice ພ້ອມກັບບັນດາມາດຕະການນຳໃຊ້ວັດຖຸດິບທີ່ສະອາດກວ່າ ແລະ ພັດທະນາຜະລິດຕະພັນກາກບອນຕໍ່າ. ທ່ານ ນິວັດ ໃຫ້ຮູ້ວ່າ ນີ້ກໍແມ່ນໜຶ່ງໃນບັນດາທິດທາງທີ່ SCG ຖືເປັນສຳຄັນໃນວິວັດການພັດທະນາຢູ່ຕະຫຼາດ ຫວຽດນາມ.
ໄປຄຽງຄູ່ກັບການປະຕິບັດບັນດາເປົ້າໝາຍກ່ຽວກັບການດຳເນີນທຸລະກິດ ແລະ ການພັດທະນາສີຂຽວແລ້ວ, SCG ຍັງໃຫ້ຄວາມເອົາໃຈໃສ່ເປັນພິເສດເຖິງບັນດາກິດຈະກຳປະກອບສ່ວນໃຫ້ຊຸມຊົນຢູ່ ຫວຽດນາມ. ໃນຊຸມປີຜ່ານມາ, ວິສາຫະກິດໄດ້ຜັນຂະຫຍາຍບັນດາໂຄງການທຶນການສຶກສາ, ການສຶກສາ, ບຳລຸງສ້າງ ແລະ ສະໜັບສະໜູນພື້ນຖານໂຄງລ່າງເພື່ອແນໃສ່ເພີ່ມຄວາມສະໜິດຕິດພັນກັບຊຸມຊົນທ້ອງຖິ່ນ. ນີ້ກໍແມ່ນພາກສ່ວນໜຶ່ງໃນທິດທາງການພັດທະນາຍາວນານ ຂອງວິສາຫະກິດຢູ່ ຫວຽດນາມ, ຄືດັ່ງຄຳຢັ້ງຢືນຂອງທ່ານ ນິວັດ:
ຕີລາຄາກ່ຽວກັບແງ່ຫວັງຂອງຕະຫຼາດ ຫວຽດນາມ ໃນ 5 ປີຕໍ່ໜ້າ, ທ່ານ ນິວັດ ຖືວ່າ ຫວຽດນາມ ພວມມີຫຼາຍເງື່ອນໄຂສະດວກເພື່ອຮັກສາທ່າເຕີບໂຕ. ເຖິງຢ່າງໃດກໍຕາມ, ຕາມທ່ານແລ້ວ, ໂອກາດຍາມໃດກໍໄປຄຽງຄູ່ກັບບັນດາສິ່ງທ້າທາຍ, ບັນດາວິສາຫະກິດ ໄທ ຕ້ອງຊອກຮູ້ຕະຫຼາດຢ່າງລະອຽດ ແລະ ມີການກະກຽມຢ່າງເໝາະສົມກ່ອນທີ່ຈະເຂົ້າມາລົງທຶນ:
ຫຼັງຈາກ 34 ປີ, SCG ບໍ່ພຽງແຕ່ຮັກສາການເຄື່ອນໄຫວດຳເນີນທຸລະກິດເທົ່ານັ້ນ ແຕ່ຍັງກາຍເປັນພາກສ່ວນໜຶ່ງຂອງປະຊາຄົມວິສາຫະກິດຢູ່ ຫວຽດນາມ ເທື່ອລະກ້າວ. ດ້ວຍກຳນົດທິດທາງການເຕີບໂຕສີຂຽວ, ການພັດທະນາແບບຍືນຍົງ ແລະ ການຮ່ວມເດີນທາງພ້ອມກັບສັງຄົມ, ວິສາຫະກິດ ຫວັງຢ່າງຍິ່ງວ່າຈະສືບຕໍ່ຂະຫຍາຍການຮ່ວມມື ແລະ ສະໜິດຕິດພັນໄລຍະຍາວກັບ ຫວຽດນາມ. ນີ້ກໍແມ່ນພື້ນຖານເພື່ອໃຫ້ SCG ມຸ່ງໄປເຖິງໄລຍະທາງພັດທະນາໃໝ່ຢູ່ຕະຫຼາດ ຫວຽດນາມ../.


.jpg)




