ວັນທີ 4 ກັນຍາ, ທ່ານ Min Aung Hlaing, ປະທານາທິບໍດີ ມຽນມາ ແລະ ພັນລະຍາ ໄດ້ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະກຳມະການສູນກາງພັກ ກອມມູນິດ ຫວຽດນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ພັນລະຍາ. ການຢ້ຽມຢາມດຳເນີນໄປແຕ່ວັນທີ 04 ຫາວັນທີ 06 ກັນຍາ, ຄາດວ່າການ​ຢ້ຽມ​ຢາມຈະສ້າງກຳລັງໜູນໃໝ່ ໃຫ້ແກ່ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ມຽນມາ.

ນີ້ແມ່ນການຢ້ຽມຢາມ ຫວຽດນາມ ​ຢ່າງ​ເປັ​ນ​ທາງ​ການຄັ້ງທຳອິດຂອງ ທ່ານປະທານາທິບໍດີ Min Aung Hlaing ນັບແຕ່ ເມື່ອ ມຽນມາ ປະ​ຕິ​ບັດສຳເລັດການເລືອກຕັ້ງທົ່ວ​ປະ​ເທດ ແລະ ສ້າງຕັ້ງລັດຖະບານໃໝ່ໃນເດືອນ ເມສາ 2026. ການຢ້ຽມຢາມດັ່ງກ່າວດຳເນີນໄປໃນ​ສະ​ພາບ​ການ​ພົວ​ພັນລະຫວ່າງ ຫວຽດນາມ ແລະ ມຽນມາ ພວ​ມ​ໄດ້​ຮັບການຮັກ​ສາ ແລະ ຊຸກ​ຍູ້ໃນຫຼາຍຂົງເຂດ, ເປີດໂອກາດໃຫ້ທັງສອງຝ່າຍເສີມສ້າງຄວາມໄວ້ເນື້ອເຊື່ອໃຈ, ເພີ່ມທະວີ​ຄວາມ​ສະ​ໜິດ​ຕິດ​ພັນ ແລະ ເປີດກວ້າງການຮ່ວມມືຢ່າງແທ້ຈິງ.

ພື້ນຖານການພົວພັນ​ສະ​ໜິ​ດ​ແໜ້ນ

ບັນ​ດາການຢ້ຽມຢາມ ຫວຽດ​ນາມ ຂອງ​ທ່ານ U Nu, ນາຍົກລັດຖະມົນຕີ ມຽນມາ ມາ ຫວຽດນາມ ໃນປີ 1954 ແລະ ປະທານໂຮ່ຈິມິນ ໄປ ມຽນມາ ໃນປີ 1958 ແມ່ນຂີດ​ໝາຍສຳຄັນ, ​ສ້າງພື້ນຖານໃຫ້ແກ່​ການພົວພັນລະຫວ່າງ 2 ປະເທດ. ທ່ານ ຫງວຽນ​ແອັງ​ດຶກ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມຽນມາ ໃຫ້​ຮູ້ວ່າ:

“ຫວຽດນາມ ແລະ ມຽນມາ ມີມູນເຊື້ອຄວາມສາມັກຄີ ແລະ ສະ​ໜິດ​ຕິ​ພັນທີ່ມີມາແຕ່ດົນນານ ​ນັບຕັ້ງແຕ່ຊຸມປີທຳອິດທີ່ຫວຽດນາມມີເອກະລາດ ແລະ ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການໃນປີ 1975. 2 ຝ່າຍໄດ້ຍົກລະດັບການພົວພັນຂຶ້ນສູ່ຂອບ​ເຂດ​ຄູ່ຮ່ວມມືຮອບດ້ານ ເນື່ອງ​ໃນ​ໂອ​ກາດ​ຢ້ຽມຢາມ ມຽນມາ ຢ່າງເປັນທາງການຂອງທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່ ຫວຽດ​ນາມ ​ໃນປີ 2017.”

ປີ 2025 ສ້າງ​ຂີ​ດ​ໝາຍ 50 ປີ ຫວຽດນາມ ແລະ ມຽນມາ ສ້າງຕັ້ງການພົວພັນທາງການທູດ. ການພົວພັນ 2 ຝ່າຍສືບຕໍ່ຮັກສາໄວ້ ຜ່ານຫຼາຍຊ່ອງທາງການແລກປ່ຽນ, ພົບ​ປະ; ການຮ່ວມມືໄດ້ຮັບ​ການເປີດກວ້າງໃນຫຼາຍຂົງເຂດ, ເຊັ່ນ: ການ​ປ້ອງກ​ັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ, ວັດທະນະທຳ, ການສຶກສາ - ບຳລຸງສ້າງ, ທ່ອງທ່ຽວ, ແລະ ການພົວພັນແລກປ່ຽນປະຊາຊົນ...

ໃນ​ນັ້ນການຮ່ວມມືດ້ານເສດຖະກິດ - ການຄ້າແມ່ນຈຸດເດັ່ນໃນການພົວພັນ​ລະ​ຫວ່າງ 2 ປະ​ເທດ. ຍອດວົງ​ເງິນການຄ້າສອງ​ສົ້ນຈະບັນລຸ 590 ລ້ານ USD ໃນປີ 2025; ໃນ 6 ເດືອນຕົ້ນປີ 2026 ບັນ​ລຸ​ປະ​ມານ 335 ລ້ານ USD. ປະຈຸບັນ, ຫວຽດນາມ ຢູ່ໃນອັນດັບທີ 7 ໃນຈຳ​ນວນນັກລົງທຶນຕ່າງປະເທດ​ທີ່​ລົງ​ທຶນ​ຢູ່ ມຽນມາ, ດ້ວຍ​ບັນ​ດາໂຄງການສຸມໃສ່​ບັນ​ດາຂະແໜງ ໂທລະຄົມມະນາຄົມ, ທະນາຄານ, ການກໍ່ສ້າງ, ຜະລິດ... ເປັນ​ຕົ້ນ.

2 ປະເທດກໍ່ໄດ້ສະແດງໃຫ້ເຫັນເຖິງນ້ຳໃຈສາມັກຄີ, ການແບ່ງປັນບັນ​ດາ​ຈຸດ​ເວ​ລາຫຍຸ້ງຍາກ. ​ພາຍ​ຫຼັງເຫດແຜ່ນດິນໄຫວເກີດ​ຂຶ້ນ​ໃນ​ເດືອນ ມີນາ 2025, ຫວຽດນາມ ໄດ້ຈັດສົ່ງກຳລັງກູ້ໄພ​ກູ້​ຊີບ ພ້ອມ​ກັບເຄື່ອງອຸ​ປະ​ຖຳໄປໜູນຊ່ວຍ ມຽນມາ ແກ້​ໄຂ​ຜົນ​ຮ້າຍຢ່າງທັນການ.

​ຂອບ​ເຂດ​ຮ່ວມ​ມື​ເປີດກວ້າງ

ໂດຍອີງໃສ່ພື້ນ​ຖານ​ການພົວພັນທາງການເມືອງທີ່ມີມາເປັນເວລາຫຼາຍກວ່າ 50 ປີຜ່ານ​ມາ, 2 ປະເທດຍັງມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ເພື່ອຈະຊຸ​ຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ. ມຽນມາ ມີຕະຫຼາດທີ່ມີປະຊາກອນຫຼາຍກວ່າ 51 ລ້ານຄົນ, ມີຊັບພະຍາກອນ ທີ່ອຸດົມສົມບູນ, ມີ​ແຫຼ່ງກຳລັງແຮງງານໜຸ່ມ, ໃນຂະນະທີ່ຄວາມຕ້ອງການ​ໃນ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ໂຄງ​ລ່າ​ງ​ຄືນ​ໃໝ່, ສິນຄ້າອຸປະໂພກບໍລິໂພກ, ແລະ ການດຶງດູດເງິນລົງທຶນຈາກຕ່າງປະເທດພວມໃຫຍ່​ຫຼວງ​ຢູ່. ນີ້ແມ່ນ​ບັນ​ດາຂົງເຂດທີ່ສາມາດສ້າງໂອກາດໃຫ້ແກ່​ວິ​ສາ​ຫະ​ກິດ ຫວຽດນາມ ຕື່ມ​ອີກ. ທ່ານເອກອັກຄະລັດຖະທູດ ຫງວຽນແ​ອັງດຶກ ​ຖືວ່າ.

“ປະຈຸບັນ, ການພົວພັນລະ​ຫວ່າງ 2 ປະ​ເທດພວມ​ກ້າວ​ເຂົ້າສູ່ໄລຍະພັດ​ທະ​ນາໃໝ່. 2 ຝ່າຍຕ້ອງສຸມໃສ່ໃນ 4 ​ທິດ​ທາ​ງ​ການ​ຮ່ວມມື​ໃຫຍ່ຄື: ທີ 1 ແມ່ນ ​ເພີ່ມ​ທະ​ວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ; ​ທີ 2 ແມ່ນ ​ຍູ້​ແຮງການຮ່ວມມືດ້ານເສດຖະກິດ - ການຄ້າ, ໂດຍສະເພາະໃນຂະແໜງກະສິກຳ, ໂທລະຄົມມະນາຄົມ ແລະ ການຜະລິດລົດໄຟຟ້າ; ທີ 3 ແມ່ນ ​ເປີດກວ້າງການ​ພົວ​ພັນແລກປ່ຽນປະຊາຊົນ, ທ່ອງທ່ຽວ ແລະ ສາຍການບິນໂດຍກົງ; ​ທີ 4 ແມ່ນ ປະສານສົມ​ທົບ​ກັນ​ຢູ່​ບັນ​ດາ​ເວ​ທີ​ປາ​ໃສພາກພື້ນ ແລະ ສາກົນ​ຢ່າງ​ແໜ້ນ​ແຟ້ນ, ໂດຍສະເພາະແມ່ນ ອາຊຽນ ແລະ ອະນຸພາກພື້ນແມ່ນ້ຳຂອງ.”

ໃນສະພາບການທີ່ ມຽນມາ ພວມ​ກ້າວເຂົ້າສູ່ໄລຍະພັດທະນາໃໝ່ ຫຼັງຈາກການເລືອກຕັ້ງ​ທົ່ວ​ປະ​ເທດ ແລະ ການສ້າງຕັ້ງລັດຖະບານໃໝ່, ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານປະທານາທິບໍດີ Min Aung Hlaing ມີຄວາມສຳຄັນຍິ່ງຕໍ່ການພົວພັນ​ຂອງ 2 ປະ​ເທດ.

“ການຢ້ຽມຢາມຄັ້ງນີ້ມີຄວາມໝາຍສຳຄັນຍິ່ງ: ບໍ່ພຽງແຕ່ເສີມສ້າງ ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ ແລະ ​ເປີດກວ້າງການຮ່ວມມື 2 ຝ່າຍເທົ່ານັ້ນ, ຫາກຍັງຢືນຢັນບົດບາດ​ເປັນ​ເຈົ້າ​ການ, ມີຄວາມຮັບຜິດຊອບຂອງ ຫວຽດນາມ ພ້ອມກັບ ອາຊຽນ ໜູນ​ຊ່ວຍ ມຽນມາ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ. ຂ້າພະເຈົ້າເຊື່ອໝັ້ນວ່າ ການຢ້ຽມຢາມນີ້ ຈະປະສົບຜົນສຳເລັດຢ່າງຈົບ​ງາມ, ສ້າງກຳລັງໜູນໃໝ່ເພື່ອ​ນຳ​ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ-ມຽນມາ ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ຄວາ​ມ​ແທ​້​ຈິງ, ນຳມາເຊິ່ງຜົນປະໂຫຍດທີ່ແທດຈິງໃຫ້ແກ່ປະຊາຊົນ ທັງສອງຝ່າຍ.”

ການຕ້ອນຮັບທ່ານປະທານາທິບໍດີ Min Aung Hlaing ​ມາຢ້ຽມຢາມ ຫວຽດ​ນາມ ຢ່າງເປັນທາງການ, ຫວຽດນາມ ໄດ້ສົ່ງສານທີ່ເຂັ້ມແຂງກ່ຽວກັບການ ຜັນ​ຂະ​ຫຍາຍນະໂຍບາຍການຕ່າງປະເທດ​ແຫ່ງສັນຕິພາບ, ຮ່ວມມື, ພັດທະນາ, ຫັນໃນການພົວພັນກັບຕ່າງປະເທດ​ເປັນ​ຫຼຼາຍ​ຮູບ​ຫຼາຍ​ແບບ ແລະ ຫຼາຍຝ່າຍ, ຊຸກຍູ້ການພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ​ຖື​ເປັນ​ສຳ​ຄັນການພົວພັນກັບ ມຽນມາ.