ການນຳກະຊວງອຸດສາຫະກຳ ແລະ ການຄ້າມອບໃບຢັ້ງຢືນຜະລິດຕະພັນອຸດສາຫະກຳຊົນນະບົດທີ່ເປັນແບບຢ່າງເຂດພາກກາງ - ໄຕງວຽນໃຫ້ແກ່ບັນດາວິສາຫະກິດ, ສ່ວນບຸກຄົນ (ພາບ: nhandan.com.vn) |
ເຂົ້າຮ່ວມງານຕະຫຼາດນັດວາງສະແດງມີຮ້ານວາງສະແດງຂາຍຜະລິດຕະພັນ 300 ຮ້ານ ຂອງ ວິສາຫະກິດ 146 ແຫ່ງທີ່ຂຶ້ນກັບ 30ແຂວງ, ນະຄອນໃນທົ່ວປະເທດ, ເພື່ອແນໃສ່ແນະນຳບັນດາຜະລິດຕະພັນ, ສິນຄ້າປະເພດອຸດສາຫະກຳ - ອຸດສາຫະກຳນ້ອຍຫັດຖະກຳຂອງບັນດາແຂວງທັງຢູ່ພາຍໃນ ແລະ ນອກເຂດພາກກາງ - ໄຕງວຽນ. ທ່ານ ກາວກ໊ວກຮຶງ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມໃຫ້ຮູ້ວ່າ:
ງານຕະຫຼາດນັດວາງສະແດງໄດ້ແນະນຳບັນດາຜົນງານ ໃນການພັດທະນາຂອງຂະແໜງອຸດສາຫະກຳ, ອຸດສາຫະກຳນ້ອຍຫັດຖະກຳຂອງບັນດາແຂວງ, ນະຄອນທັງຢູ່ພາຍໃນ ແລະ ນອກເຂດພາກກາງ - ໄຕງວຽນ. ນີ້ແມ່ນໂອກາດເພື່ອໃຫ້ບັນດາອົງການ, ສ່ວນບຸກຄົນໂຄສະນາເຄື່ອງໝາຍການຄ້າ ແລະ ຊອກຮູ້ວັດທະນະທຳປະຫວັດສາດຂອງແຂວງກ໋ວາງບິ່ງ. ທີ່ພິທີໄຂ, ຄະນະຈັດຕັ້ງໄດ້ເຊີດຊູ ແລະ ມອບລາງວັນໃຫ້ 100 ຕົວແທນຂອງ ຜະລິດຕະພັນອຸດສາຫະກຳຊົນນະບົດ ຢູ່ເຂດພາກກາງ - ໄຕງວຽນ.







