ຄວາມເຄັ່ງຕຶງທາງການທູດລະຫວ່າງ ລັດເຊຍ ແລະ EU ພວມປິນຂັ້ນໄດ (ພາບ: Russia Insider/VOV)

ໃນຖະແຫຼງການ, ສະພາເອີລົບໄດ້ຊີ້ແຈ້ງວ່າ ອົງການນີ້ໄດ້ຕົກລົງວ່າ ບັນດາມາດຕະການລົງໂທດທີ່ກ່ຽວຂ້ອງເຖິງບັນດາການກະທຳ ເຊິ່ງເຮັດໃຫ້ຢູແກຼນອ່ອນລົງ ຫຼື ນາບຂູ່ເຖິງ ຜືນແຜ່ນດິນອັນຄົບຖ້ວນ, ອະທິປະໄຕ ແລະ ເອກະລາດຂອງ ຢູແກຼນຕ້ອງໄດ້ຮັບການຕໍ່ກຳນົດເວລາຕື່ມອີກ 6 ເດືອນ, ມາຮອດວັນທີ 15 ກັນຍາ 2020.