ທ່ານນາງ Bachelot ລັດຖະມົນຕີກະຊວງວັດຖະນະທຳຝລັ່ງຄົນໃໝ່ (ພາບ: Le Monde)

ໃນນັ້ນ, ທ່ານ Jean Yves Le Dian ໄດ້ຮັບດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງການຕ່າງປະເທດ, ທ່ານນາງ Florence Parly ສືບຕໍ່ດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ Jean Michel Blanquer ສືບຕໍ່ຮັກສາຕຳແໜ່ງເປັນລັດຖະມົນຕີກະຊວງສຶກສາທິການ, ທ່ານ Bruno Le Maire ສືບຕໍ່ຮັບຜິດຊອບກະຊວງເສດຖະກິດ ແລະ ການເງິນ, ທ່ານ Oliver Veran ດຳລົງຕຳແໜ່ງເປັນປະທານລັດຖະມົນຕີກະຊວງສາທາລະນະສຸກ. ຈຸດພົ້ນເດັ່ນໃນບັນຊີລາຍຊື່ບັນດາລັດຖະມົນຕີໃນລັດຖະບານຊຸດໃໝ່ນີ້ຂອງຝລັ່ງ ແມ່ນການອອກໄປຂອງທ່ານ Christophe Castaner ອະດີດລັດຖະມົນຕີກະຊວງພາຍໃນ ແລະ ຜູ້ທີ່ປ່ຽນແທນແມ່ນທ່ານ Gerald Darmanin .