ພົນລະເມືອງ ຫວຽດນາມ ຢູ່ ຝະລັ່ງ ແລະ ບາງປະເທດໃກ້ຄຽງຢູ່ ເອີລົບ ກັບເມືອປະເທດ

(ພາບ: ກະຊວງການຕ່າງປະເທດ)

ໃນຈຳນວນນີ້ສ່ວນຫຼາຍແມ່ນເດັກນ້ອຍ, ນັກສຶກສາ ຫວຽດນາມ ໄປຮຽນຢູ່ຕ່າງປະເທດທີ່ໄດ້ຮຽນຈົບ ແລະ ພວມປະສົບຄວາມຫຍຸ້ງຍາກກ່ຽວກັບສະຖານທີ່ພັກເຊົາ, ຜູ້ອາຍຸສູງ, ຄົນມີພະຍາດປະຈຳຕົ່ວ, ຜູ້ຍິງຖືພາ, ຄົນທີ່ໄປປະຕິບັດງານ, ຜູ້ອອກແຮງງານທີ່ໝົດກຳນົດສັນຍາອອກແຮງງານຖືກຕິດຄ້າງຍ້ອນໂລກລະບາດໂຄວິດ-19.

ໃນໄລຍະຈະມາເຖິງ, ຕາມຄວາມມຸ່ງຫວັງຂອງພົນລະເມືອງ, ບັນດາອົງການທີ່ມີໜ້າທີ່ ແລະ ບໍລິສັດການບິນແຫ່ງຊາດ ຫວຽດນາມ ຈະສືບຕໍ່ຜັນຂະຫຍາຍບັນດາຖ້ຽວບິນບໍລິການແບບການຄ້າເພື່ອຮັບພົນລະເມືອງ ຫວຽດນາມ ກັບເມືອປະເທດຕາມຈິດໃຈຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ.