ໂຮງໝໍກາງສະໜາມຂັ້ນ 2 ເລກ 3 ພ້ອມແລ້ວທີ່ຈະອອກເດີນທາງໄປປະຕິບັດໜ້າທີ່ (ພາບ: sggp.org.vn)

ບັ້ນຝຶກແອບຄັ້ງນີ້ແມ່ນບາດກ້າວກະກຽມສຳຄັນທຸກດ້ານ, ລວມມີກຳລັງຄວາມສາມາດການເຄື່ອນໄຫວ, ບັນຊາ, ຄຸ້ມຄອງ, ຂັ້ນຕອນວິຊາສະເພາະໃຫ້ແຫ່ໂຮງໝໍກາງສະໜາມຂັ້ນ 2 ເລກ 3 ກ່ອນທີ່ຈະອອກເດີນທາງໄປເຂົ້າຮ່ວມກຳລັງຮັກສາສັນຕິພາບສາກົນຢູ່ ຊູດັງໃຕ້. ໃນຄັ້ງນີ້, ພະນັກງານ, ນັກຮົບຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 3 ໄດ້ຮ່ຳຮຽນດ້ານທັກສະທີ່ຈຳເປັນຕື່ມອີກເພື່ອໄປປະຕິບັດໜ້າທີ່ຢູ່ຊູດັງໃຕ້.

ນີ້ແມ່ນການຝຶກແອບຄັ້ງສຸດທ້າຍກ່ອນທີ່ ພະນັກງານ 63 ຄົນຂອງ ໂຮງໝໍກາງສະໜາມຂັ້ນ 2 ເລກ 3 ຈະອອກເດີນທາງໄປປະຕິບັດໜ້າທີ່ໃນໄຕມາດທີ I ຂອງປີ 2021.