ຕອນ​ເຊົ້າ​ວັນ​ທີ 25 ສິງ​ຫາ, ເຂົ້າ​ຮ່ວມ​ພິ​ທີ​ສະຫຼອງ 20 ປີ​ແຫ່ງ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ ຫວຽດ​ນາມ ແລະ ຕ້ອນ​ຮັບຫຼຽ​ນ​ໄຊ​ແຮງ​ງານ​ຊັ້ນ​ໜຶ່ງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ສະ​ເໜີ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ຕ້ອງ​ມີ​ຄວາມ​ມຸ່ງ​ຫວັງ​ເພື່ອ​ກາຍ​ເປັນ​ວິ​ສາ​ຫະ​ກິດ​ໃຫຍ່ ແລະ ບື​ນ​ຕົວ​​ອອກ​ສູ່​ພາກ​ພື້ນ ແລະ ສາ​ກົນ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເນັ້ນ​ໜັກເຖິງ ບົດ​ບາດຫຼັກ​ຂອງ​ພາກ​ສ່ວນ​ເສດ​ຖະ​ກິດ​ເອ​ກະ​ຊົນ, ພິ​ເສດ​ແມ່ນ​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ​ໃນ​ການ​ປະ​ຕິ​ບັດ​ເປົ້າ​ໝາຍ​ບັນ​ລຸ​ລະ​ດັບເຕີບ​ໂຕ​ສອງ​ຕົວ​ເລກ ​ກໍ່​ຄື​ໃນ​​ຍຸດ​ທະ​ສາດ​ພັດ​ທະ​ນາ​ປະ​ເທດ​ຊາດ​ຮອດ​ປີ 2030 ແລະ 2045. ດ້ວຍ​ຈິດ​ໃຈ “ລັດ​ສ້າງ​ສັນ, ສະ​ມາ​ຄົມ​ເຊື່ອມ​ຕໍ່​, ວິ​ສາ​ຫະ​ກິດ​ນຳ​ໜ້າ”, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ຍູ້​ແຮງ​ການຫຼຸດ​ຜ່ອນ, ຫັນ​ການ​ປະ​ຕິ​ບັດ​ລະ​ບຽບ​ການ​ບໍ​ລິ​ຫານ​, ເງື່ອນ​ໄຂ​ດຳ​ເນີນ​ທຸ​ລະ​ກິດ ແລະ ຄ່າ​ໃຊ້​ຈ່າຍໃນ​ການ​ປະ​ຕິ​ບັດ​ຕາມ​ກຳ​ນົດ, ພິ​ເສດ​ແມ່ນຄື​ພາ​ສີ​ອາ​ກອນ, ທີ່​ດິນໃຫ້ເປັນ​ງ່າຍ​ດາຍ; ບູ​ລະ​ນ​ະ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ​ໃຫ້​ສົມ​ບູນ​ແບບ… ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເນັ້ນ​ໜັກ​ວ່າ:

ຕ້ອງ​ປູກ​ລ້ຽງ​ຄວາມ​ມຸ່ງ​ຫວັງ​ໃຫຍ່ ແລະ ເປັນ​ເຈົ້າ​ການ​ໃນ​ການ​ຍົກ​ລະ​ດັບ​ຕົນ​ເອງ. ຈຸ​ລະວິ​ສາ​ຫະ​ກິດຕ້ອງ​ສູ້​ຊົນ​ກາຍ​ເປັນ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ, ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອ​ຍ​ຕ້ອງ​ກາຍ​ເປັນ​ວິ​ສາ​ຫະ​​ກິດ​ຂະ​ໜາດ​ກາງ, ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ຕ້ອງ​ມີ​ຄວາມ​ວັງ​ເພື່ອ​ກາຍ​ເປັນ​ວິ​ສາ​ຫະ​ກິດ​ຂະ​ໜາດ​ໃຫຍ່ ແລະ ບືນ​ຕົວ​ອອກ​ສູ່​ພາກ​ພື້ນ ແລະ ສາ​ກົນ. ນະ​ໂຍ​ບາຍ​ຂອງ​ລັດ ແລະ ການ​ໜູນ​ຊ່ວຍ​ຂອງ​ສະ​ມາ​ຄົມ​ແມ່ນ​ສຳ​ຄັນ ແຕ່​ບໍ່​ສາ​ມາດ​ປ່ຽນ​ແທນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​​ຂອງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດໄດ້. ຖື​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ, ການ​ຫັນ​ເປັນ​ດີ​ຈີ​ຕອນ, ຫັນ​ເປັນ​ສີ​ຂຽວ ແລະ ຄຸນ​ນະ​ພາບ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ແມ່ນ​ກຳ​ລັງ​ໜູນ​ເພື່ອ​ຍົກ​ສູງສະ​ມັດ​ຕະ​ພາບ, ມີ​ຄວາມ​ເປັນ​ເຈົ້າ​ການ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃໝ່, ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ, ມີ​ຄວາມ​ໂປ່ງ​ໃສ​ດ້ານ​ການ​ເງິນ, ຫັນ​ຂັ້ນ​ຕອນເປັນ​ມາດ​ຖານ, ສ້າງ​ເຄື່ອງ​ໝາຍ​ການ​ຄ້າ ແລະ ຄຸ້ມ​ຄອງ​ຄວາມ​ສ່ຽງ.