ຫໍ​ພິ​ພິ​ທະ​ພັນ​ທະ​ຫານ​ເຮືອ ມີ​ເນື້ອ​ທີ່​ວາງ​ສະ​ແດງ​ໃນ​ຮົ່ມກວ້າງ 1.800 ຕາ​ແມັດ ແລະ ເຂດ​ກາງ​ແຈ້ງກວ່າ 3.000 ຕາ​ແມັດ, ຢ້ຽມ​ຊົມ​ທຳ​ອິດ​ໃນ​ການ​ເດີນ​ທາງ​ຢ້ຽມ​ຊົມ​ຄົ້ນ​ຫາ ຫໍ​ພິ​ພິ​ທະ​ພັນ​ແມ່ນ​ຫ້ອງ​ໂຖງ ເຊິ່ງ​ເປັນ​ບ່ອນ​ຕັ້ງ​ຮູບ​ປັ້ນ​ປະ​ທານ ໂຮ່​ຈີ​ມິນ ນຸ່ງ​ຊຸດ​ກາ​ກີ​ທີ່​ລຽບ​ງ່າຍ ແລະ ຖື​ໝວກ ທະຫານ​ເຮືອ.

ອອກ​ຈາກ​ເຂດນີ້, ​ແຂກ​ມາ​ຢ້ຽ​ມ​ຊົມ​ຈະ​ເລີ່ມ​ເຂົ້າ​ເຖິງ​ບັນ​ດາ​ຂີດ​ໝາຍ​ທີ່​ສຳ​ຄັນ ໃນ​ຂະ​ບວນ​ວິ​ວັດ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ​ຕໍ່​ສູ້​ຂອງ​ທະ​ຫານ​ເຮືອ ຫວຽດ​ນາມ ຜ່ານ​ຮູບ​ພາບ​ເອ​ກະ​ສານ ຮູບ​ຈຳ​ລອງ​ກຳ​ປັ່ນ​ຮົບ ແລະ ວັດ​ຖຸ​ພັນ​ເຄົ້າ. ໃນ​ນັ້ນ​ມີ​ພາກວາງ​ສະ​ແດງ​ກ່ຽວ​ກັບ​ໄຊ​ຊະ​ນະ​ການ​ການ​ສູ້​ຮົບ​ຄັ້​ງທ​ຳ​ອິດ ເມື່ອ​ເດືອນ ສິງ​ຫາ ປີ 1964 ເຊິ່ງ​ແມ່ນ​ໃນ​ບັນ​ດາ​ຈຸດ​ທີ່​ພົ້ນ​ເດັ່ນ. ພັນ​ຕີ ລ້າຍ​ທິ​ເຫວະ ຜູ້​ແນະ​ນຳ​ຢູ່​ຫໍ​​ພິ​ພິທະ​ພັນ​ ໃຫ້​ຮູ້​ວ່າ:

“ແຕ່​ລະ​ເທື່ອ​ເມື່ອ​ພາ​ຄະ​ນະ​ແຂກທ່ອງ​ທ່ຽວ​ມາ​ຢ້ຽມ​ຊົມ​ທັດ​ສະ​ນະ​ສຶກ​ສາ​ ກ່ຽວ​ກັບ​ປະ​ຫວັດ​ສາດ​ທີ່​ສະ​ຫງ່າ​ອົງ​ອາດ​ຂອງທະ​ຫານ​ເຮືອນ​ປະ​ຊາ​ຊົນ ຫວຽດ​ນາມ, ຂ້າ​ພະ​ເຈົ້າ​ມີ​ຄວາມ​ສະ​ເທືອນ​ໃຈ​ທີ່​ສຸດ​ຕໍ່​ການ​ເສຍ​ສະຫຼະ​ທີ່​ພິ​ລະ​ອາດ​ຫານ​ຂອງ​ພະ​ນັກ​ງານ​ນັກ​ຮົບ. ພວກ​ອ້າຍບໍ່​ເສຍ​ດາຍ​ເລືອດ​ເນື້ອ​ຂອງ​ຕົນ ເພື່​ອ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ເຂດ​ທະ​ເລ​ໝູ່​ເກາະ, ເຂດ​ໄຫຼ່​ທະ​ວີບ​ທີ່​ສັກ​ກາ​ລະ​ບ​ູ​ຊາ​ຂອງ​ປະ​ເທດ​ຊາດ”.

ຍ່າງ​ຕໍ່​ເຂົ້າ​ໄປ​ເຂດ​ວາງ​ສະ​ແດງ, ແຂກ​ທ່ອງ​ທ່ຽວ​ຈະ​ໄດ້​ຮັບ​ຟັງ​ ບັນ​ດາ​ເລື່ອງ​ລາວ​ປະ​ຫວັດ​ສາດ​ຕິດ​ພ​ັນ​ກັບ​ແຕ່​ລະ​ບຸກ​ຄົນ​ລະ​ອຽດ. ໜຶ່ງ​ໃນ​ບັນ​ດາ​ເນື້ອ​ໃນ​ທີ່​ສ້າງ​ຄວາມ​ສະ​ເທືອນ​ໃຈ ແມ່ນ​ຫົວ​ຂໍ້​ກ່ຽວ​ກັບ​ເສັ້ນ​ທາງ ໂຮ່​ຈີ​ມິນ ທາງ​ທະ​ເລ ເຊິ່ງ​ແມ່ນ​ໜຶ່​ງໃນ​ບັນ​ດາ​ເທບ​ນິ​ຍາຍ​​ການ​ທະ​ຫານ ໃນ​ສະ​ຕະ​ວັດ​ທີ XX ພັນ​ຕີ ເລ​​ຮົ່ງ​ຕ໊ຽນ ຜູ້​ອຳ​ນວຍ​ການ ຫໍ​ພິ​ພິ​ທະ​ພັນ​ທະ​ຫານ​ເຮືອ ໃຫ້​ຮູ້​ວ່າ​ ເພື່ອ​ມີ​ຮູບ​ພາບ​ເອ​ກະ​ສານ​ວັດ​ຖະ​ພັນ​ແຕ່​ລະ​ຢ່າງ​ທີ່​ນຳ​ມາ​ວາງ​ສະ​ແດງ​ຄືໃນ​ປັດ​ຈຸ​ບັນ ແມ່ນ​ນັບ​ແຕ່​ຫຼາຍ​ປີ​ທີ່​ຜ່ານ​ມາ ພະ​ນັກ​ງານ ພະ​ລາ​ກອນ​ຢູ່​ຫໍ​ພິ​ພິ​ທະ​ພັນ ​ໄດ້​ມາ​ນະ​ພະ​ຍາ​ຍາມ​ໄປ​ຍັງ​ເຂດ​ທະ​ເລ​ຕ່າງໆພົບ​ກັບ​ຕົວ​ພະ​ຍານ ແລະ ໂອ້ລົມ​ກັບ​ບັນ​ດາ​ນັກ​ຮົບ​ເກົ່າ​ຍາດ​ພີ່​ນ້ອງ​ຂອງ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ເພື່ອ​ເກັບກຳ​ວັດ​ຖະ​ພັນ​ແຕ່​ລະ​ຢ່າງ. ພັນ​ຕີ ເລ​ຮົ່ງ​ຕ໊ຽນ ເນັ້ນ​ໜັກ​ວ່າ:

“ຫໍ​ພິ​ພິ​ທະ​ພັນ​ໄດ້​ເກັບ​ກຳ​ບັນ​ດາ​ຮູບ​ພາບ​ທີ່​ພົ້ນ​ເດັ່ນ​ທີ່​ສຸດຂອງ​ກຳ​ລັງ​ໃນ 70 ກວ່າ​ປີ​ທີ່​ຜ່ານ​ມາ. ພວກ​ຂ້າ​ພະ​ເຈົ້າ​ຈັດ​ຕັ້ງ​ວາງ​ສະ​ແດງ​ແນະ​ນຳ​ຢ່າງ​ເປັນ​ປະ​ຈຳ ເຖິງ​ມະ​ຫ​າ​ຊົນ​ໃນ​ທົ່ວ​ປະ​ເທດ ແລະ ແຂກ​ທ່ອງ​ທ່ຽວ​ສາ​ກົນ​ເມື່ອ​ມາ​ຢ້ຽມ​ຊົມ ​ພິ​ເສດ​ແມ່ນ​ໄວ​ໜຸ່ມ ກ່ຽວ​ກັບ​ມູນ​ເຊື້ອ​ອົງ​ອາດ​ກ້າ​ຫານ​ຂອງ​ທະ​ຫານ​ເຮືອປະ​ຊາ​ຊົນ ຫວຽດ​ນາມ”.

ບໍ່​ພຽງ​ແຕ່​ຢຸດ​ຢູ່​ໃນ​ການ​ວາງ​ສະ​ແດງ​ເທົ່າ​ນັ້ນ, ຫໍ​ພິ​ພິ​ທະ​ພັນ​ຍັງສ້າງ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ອະ​ດີດ​ຕະ​ການ ແລະ ປັດ​ຈຸ​ບັນ​ອີກ​ດ້ວຍ. ມີ​ນັກ​ຮົບ​ເກົ່າຫຼາຍ​ຄົນ ເມື່ອ​ໄດ້​ກັບ​ຄືນ​ມານີ້ ໄດ້​ພົບ​ເຫັນ​ຄືນ​ວັດ​ຖຸ​ພັນ​ທີ່​ໄດ້​ຜູກ​ພັນ​ກັບ​ຕົນ​ເອງ ຫຼື ເພື່ອນ​ຮ່ວມ​ກົມ​ກອງ. ພັນ​ຕີ ​ຫງວຽນ​ທູ​ເຟືອງ ຜູ້​ແນະ​ນຳ​ຢູ່​ຫໍ​ພິ​ພິ​ທ​ະ​ພັນ ເລົ່າ​ຄືນ​ສູ່​ຟັງ​ວ່າ:

“ໃນ​ເທື່ອ​ໜຶ່ງ​, ມີ​ຄະ​ນະ​ນັກ​ຮົບ​ເກົ່າ​ຂອງກອງ​ພັນ​ນ້ອຍ 126 ທະ​ຫານ​ເຮືອ​ພິ​ເສດ ​ມາ​ຢ້ຽມ​ຊົມ​ພາກວາງ​ສະ​ແດງ​ກ່ຽວ​ກັບ​ກອງ​ພັນ​ນ້ອຍ ກໍ່​ເຫັນ​ປ່ຽງ​ແຂນ​ເສື້ອ​ຂອງ​ສະ​ຫາຍ ຫງວຽນ​ວັນ​ຕິ່ງ ທີ່​ໃຊ້​ເພື່ອ​ມັດ​ບາດ​ແຜ​ໃຫ້​ເພື່ອນ​ຮ່ວມ​ກົມ​ກອງ. ບັນ​ດາ​ນັກ​ຮົບ​ເກົ່າ​ມີ​ຄວາມ​ສະ​ເທືອນ​ໃຈ​ທີ່​ສຸດ ໃຜໆ​ກໍ່​ຫຼັ່ງ​ນ້ຳ​ຕາ”.

ພ້ອມ​ກັນ​ນັ້ນ ຫໍ​ພິ​ພິ​ທະ​ພັນ​ທະ​ຫານ​ເຮືອໄດ້​ກາຍ​ເປັນ​ຫ້ອງ​ຮຽນ​ຕົວ​ຈິງ ຊ່ວຍ​ພວກ​ນ້ອງ​ນັກ​ຮຽນ​ສາ​ມາດ​ເຂົ້າ​ໃຈ​ກ່ຽວ​ກັບ​ຄຸນ​ຄ່າ​ຂອງ​ສັນ​ຕິ​ພາບ ແລະ ອະ​ທິ​ປະ​ໄຕ​ຂອງ​ເຂດ​ນ້ຳ​ດິນ​ແດນ​ປະ​ເທດ​ຊາດຫຼາຍກວ່າ​ອີກ.

“ຂ້າ​ພະ​ເຈົ້າ​​ຮຽນ​ຮູ້ໄດ້ຫຼາຍ​ບົດ​ຮຽນ ແລະ ຄວາມ​ຮູ້ ແລະ ໄດ້​ເພີ່ມ​ຄວາມ​ຮັກ​ບ້ານ​ເກີດ​ເມືອງນອນ ແລະ ປະ​ເທດ​ຊາ​ດ. ຈາກນັ້ນ​ຂ້າ​ພະ​ເຈົ້າຈະ​ພະ​ຍາ​ຍາມ​ສ້າງ​ຄວາມ​ຮັກ​ເຂດ​ທະ​ເລ​ໝູ່​ເກາະ ບ້ານ​ເກີດ​ເມືອງນອນ​ເຖິງ​ນັກ​ຮຽນ”.

ຫໍ​ພິ​ພິ​ທະ​ພັນ​ທະ​ຫານ​ເຮືອບໍ່​ພຽງ​ແຕ່​ແມ່ນ​ສະ​ຖານ​ທີ່​ເກັບ​ຮັກ​ສາ​ປະ​ຫວ​ດັ​ສາດ​ເທົ່າ​ນັ້​ນ ຫາກ​ຍັງ​ແມ່ນ​ບ່ອນ​ຊ່ວຍ​ຜູ້​ຊົມ​ສາ​ມາດ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ຄຸນ​ຄ່າ​ຂອງ​ສັນ​ຕິ​ພາບ ແລະ ຄວາມ​ຮັບ​ຜິດ​ຊອບ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ເຂດ​ທິ​ເລ​ໝູ່​ເກາະ​ທີ່​ສັກ​ກາ​ລະ​ບູ​ຊາ​ຂອງ​ປະ​ເທດ​ຊາດ.