(ພາບ: qdnd.vn)
ຕອນບ່າຍວັນທີ 26 ພຶດສະພາ, ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທີ່ ຮ່າໂນ້ຍ, ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ໂອ້ລົມທາງໂທລະສັບກັບທ່ານ Ahmed Attaf, ລັດຖະມົນຕີການຕ່າງປະເທດ, ປະຊາຄົມຊາວ ອານເຊຣີ ອາໄສຢູ່ຕ່າງປະເທດ ແລະ ບັນດາບັນຫາ ອາຟະລິກາ ແລະ ທ່ານ Selma Ashipala-Musavyi, ລັດຖະມົນຕີການຕ່າງປະເທດ ແລະ ການຄ້າ ນາມີເບຍ ເພື່ອແລກປ່ຽນກ່ຽວກັບບັນດາມາດຕະການຊຸກຍູ້ການພົວພັນຮ່ວມມື 2 ຝ່າຍ.
ທີ່ການໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດ ອານເຊຣີ, ທ່ານລັດຖະມົນຕີ ເລຮວ່າຍຈຸງ ສະເໜີໃຫ້ 2 ຝ່າຍສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງການຮ່ວມມືລະຫວ່າງບໍລິສັດສຳຫຼວດ ແລະ ຂຸດຄົ້ນນ້ຳມັນອາຍແກັດ ຫວຽດນາມ (PVEP) ແລະ ບໍລິສັດນ້ຳມັນອາຍແກັດແຫ່ງຊາດ ອານເຊຣີ (Sonatrach) ໃຫ້ມີປະສິດທິຜົນກວ່າ; ທ່ານສະເໜີໃຫ້ຝ່າຍ ອານເຊຣີ ສືບຕໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ PVEP ເຄື່ອນໄຫວຢ່າງມີປະສິດທິຜົນຢູ່ ອານເຊຣີ.
ທີ່ການໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດ ແລະ ການຄ້າ ນາມີເບຍ, ທ່ານລັດຖະມົນຕີ ເລຮວ່າຍຈຸງ ສະເໜີໃຫ້ 2 ຝ່າຍເປີດກວ້າງການຮ່ວມມືໃນຫຼາຍຂົງເຂດທີ່ມີຄວາມສາມາດບົ່ມຊ້ອນກວ່າ, ຄື: ເສດຖະກິດ, ການຄ້າ, ການລົງທຶນ… ທ່ານກໍ່ສະເໜີໃຫ້ ນາມີເບຍ ສະໜັບສະໜູນ ຫວຽດນາມ ດຳເນີນການເຈລະຈາສັນຍາການຄ້າເສລີ (FTA) ກັບສະຫະພັນພາສີອາກອນທາງພາກໃຕ້ ອາຟະລິກາ (SACU).




