ຕອນບ່າຍວັນທີ 26 ພຶດສະພາ, ທີ່ການເຮັດວຽກ ກັບຄະນະປະຈຳ ຄະນະພັກແຂວງ ວິງລອງ ກ່ຽວກັບສະພາບການເສດຖະກິດ ສັງຄົມຂອງທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ຖືວ່າ ເພື່ອໃຫ້ວິງລອງບັນລຸໄດ້ເປົ້າໝາຍພັດທະນາເສດຖະກິດ ສັງຄົມທີ່ໄດ້ວາງອອກ, ພິເສດແມ່ນເປົ້າໝາຍການເຕີບໂຕລະດັບສອງຕົວເລກ, ທາງແຂວງຕ້ອງປ່ຽນແປງໃໝ່ຈິນຕະນາການ, ກຳນົດຮູບແບບການເຕີບໂຕໃໝ່, ເປັນເອກະພາບເຈດຈຳນົງ ແລະ ການກະທຳ, ປ່ຽນແປງໃໝ່ແບບແຜນການເຮັດວຽກ, ເພີ່ມທະວີການດຶງດູດການລົງທຶນເຂົ້າຂົງເຂດອຸດສາຫະກຳ, ການບໍລິການ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ ທີ່ມີຄຸນນະພາບສູງຢ່າງວ່ອງໄວ
ແຂວງວິງລອງຕ້ອງຫັນເປັນລະອຽດ, ເພື່ອເພີ່ມໄດ້ 10% ນັ້ນອຸດສາຫະກຳຕ້ອງເພີ່ມຈັກ%, ການຄ້າ, ການບໍລິການ, ອຸດສາຫະກຳ ແລະ ການກໍ່ສ້າງ, ກະສິກຳ ແມ່ນຈັກ%. ວິເຄາະແຕ່ລະຂົງເຂດລະອຽດ. ມອບດັດຊະນີໃຫ້ແກ່ບັນດາທ້ອງຖິ່ນ, ບັນດາຂົງເຂດ, ຂະແໜງການ, ບັນດາວິສາຫະກິດໃນບໍລິເວນແຂວງ, ໄປຄຽງຄູກັນນັ້ນແມ່ນແຫຼ່ງກຳລັງ, ຕ້ອງສ້າງຂັ້ນຕອນ, ວຽກງານໃດ, ພະແນກໃດຕ້ອງເຮັດຫຍັງ… ຕ້ອງເປັນເສນາທິການໃຫ້ແກ່ການນຳແຂວງ ເພື່ອໃຫ້ບັນດາອົງການສູນກາງ ພ້ອມກັນຜັນຂະຫຍາຍ. ຖ້າບໍ່ມີແຜນການລະອຽດຄືແນວນັ້ນ, ບໍ່ຂ້ຽວຂາດ, ບໍ່ມີຄວາມຕັດສິນໃຈ ກໍ່ຍາກທີ່ຈະບັນລຸໄດ້ເປົ້າໝາຍ.




