ຕອນ​ເຊົ້າ​ວັນ​ທີ 26 ພຶດ​ສະ​ພາ, ຢູ່​ນະ​ຄອນ ເກິ່ນເທີ, ໂດຍ​ເປັນ​ປະ​ທານ ແລະ ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ​ກັບ​ຄະ​ນະ​ປະ​ຈຳ ຄະ​ນະ​ພັກ​ນະ​ຄອນ ເກິ່ນ​ເທີ ກ່ຽວ​ກັບ​ການ​ປະ​ຕິ​ບັດ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ໄດ້​ສະ​ເໜີ​ທາງ​ນະ​ຄອນ ຕ້ອງ​ປ່ຽນ​ແປງ​ຈິນ​ຕະ​ນາ​ການ​ຈາ​ກ​ການ​ຮັບ​ໃຊ້​ມາ​ເປັນ​ການ​ສ້າງ​ສັນພັດ​ທະ​ນາ, ເປັນ​ເຈົ້າ​ການ​ສະ​ເໜີ​ບັນ​ດາ​ກົນ​ໄກ, ນະ​ໂຍ​ບາຍ​ພິ​ເສດ​ສະ​ເພາະເພື່ອ​ໃຫ້​ທ້ອງ​ຖິ່ນ​ບຸກ​ທະ​ລຸ​ດ້ວຍ​ຕົນ​ເອງໂດຍ​ອີງ​ຕາມ​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ​ທີ່​ມີ​ຢູ່​ແລ້ວ, ພິ​ເສດ​ແມ່ນ​​ກ່ຽວ​ກັບພະ​ລັງ​ງານ​ທົດ​ແທນ, ທ່າ​ກຳ​ປັ່ນ​ທະ​ເລ ແລະ ຕົວ​ເມືອງ. ພ້ອມ​ທັງ​ສ້າງ ​ແຜ​ນ​ການ​ເຕີບ​ໂຕ​ຢ່າງ​ລະ​ອຽດ​ໃຫ້​ແກ່​ແຕ່​ລະ​ຂົງ​ເຂດ: ອຸດ​ສາ​ຫະ​ກຳ - ກໍ່​ສ້າງ, ກະ​ສີ​ກຳ, ການ​ຄ້າ - ກ​ານ​ບໍ​ລິ​ການ, ມອບ​ເປົ້າ​ໝາຍ​ຢ່າງ​ຈະ​ແຈ້ງ​ໃຫ້​ແກ່​ວິ​ສາ​ຫະ​ກິດ ແລະ ທ້ອງ​ຖິ່ນ.

ຖ້າ​ຢາກ​ຍົກ​ສູງ​ຄຸນ​ນະ​ພາບ ແລະ ສະ​ມັດ​ຕະ​ພາບ​ໃນ​ການ​ຜະ​ລິດ​ກະ​ສິ​ກຳ​ ບັງ​ຄັບ​ຕ້ອງ​ລະ​ດົມ​ໄດ້​ການ​ລົງ​ທຶນ​ເຂົ້າ​ການ​ປຸງ​ແຕ່ງ, ອຸດ​ສາ​ຫະ​ກຳ​ສູງ ໃນ​ຂົງ​ເຂດ​ກະ​ສິ​ກຳ. ຢາກ​ເຕີບໂຕ ແລະ ເກັບ​ງົບ​ປະ​ມານ​ແບບ​ຍືນ​ຍົງ ບັງ​ຄັບ​ຕ້ອງ ມີ​ບັນ​ດາ​ໂຄງ​ການ​ລົງ​ທຶນ ກ່ຽວ​ກັບ​ອຸດ​ສາ​ຫະ​ກຳ​ຄື​ພະ​ລັງ​ງານ. ເພື່ອ​ຮັບ​ປະ​ກັນ​ການ​ພັດ​ທະ​ນາ​​ໄດ້ຖືກ​ຕ້ອງ​ເປົ້າ​ໝາຍ​ຕ້ອງ​ແກ້​ໄຂ​ໄດ້​ບັນ​ຫາ​ພື້ນ​ຖານ​ໂຄງ​ລ່າງ: ພື້ນ​ຖານ​ໂຄງ​ລ່າງ​ພະ​ລັງ​ງານ, ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ​ທາງ​ບົກ, ທາງ​ນ້ຳ, ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ກົດ​ລະ​ບ​ຽບ ແລະ ມາດ​ຕະ​ຖານ ແມ່ນ​ຄຸນ​ນະ​ພາບ​ໃນ​ການ​ສຶກ​ສາ. ບັນ​ດາ​ບັນ​ຫາ​ຢູ່​ໃນ​ຄວາມ​ສາ​ມາດ ​ຂອງ​ພວກ​ເຮົາ​ນັ້ນ​ແມ່ນ ການ​ປ່ອຍ​ເງິນ​ລົງ​ທຶນ​ສາ​ທາ​ລະ​ນະ ແມ່ນ​ການ​ແກ້​ໄຂ​ບັນ​ດາ​ໂຄງ​ການ​ທີ່​ຍັງ​ມີ​ຂໍ້​ຫຍຸ້ງ​ຍາກ, ຂໍ້​ຕິດ​ຂັດ​.