(ພາບ: TTXVN)
ນີ້ແມ່ນຫົວຂໍ້ຂອງກອງປະຊຸມສຳມະນາວິທະຍາສາດແຫ່ງຊາດໂດຍຄະນະນະໂຍບາຍ, ຍຸດທະສາດສູນກາງ ປະສານສົມທົບກັບສະຖາບັນການເມືອງ ແຫ່ງຊາດ ໂຮ່ຈີມິນ, ສະພາທິດສະດີສູນກາງ, ຄະນະພັກນະຄອນ ຫ໋າຍຝ່ອງ ແລະ ບັນດາຫົວໜ່ວຍຈັດຂຶ້ນໃນວັນທີ 26 ພຶດສະພາ ຢູ່ນະຄອນ ຫ໋າຍຝ່ອງ.
ພາຍຫຼັງ 40 ປີແຫ່ງການປະຕິບັດພາລະກິດແຫ່ງການປ່ຽນແປງໃໝ່, ປະເທດຊາດບັນລຸໄດ້ຜົນສຳເລັດທີ່ມີຄວາມໝາຍປະຫວັດສາດຫຼາຍຢ່າງ, ສ້າງປະຖົມປັດໄຈ ແລະ ພື້ນຖານອັນໝັ້ນແກ່ນ ໃຫ້ໄລຍະພັດທະນາຕໍ່ໄປ. ທ່ານ ຫງວຽນແທັງງິ ຫົວໜ້າຄະນະນະໂຍບາຍ, ຍຸດທະສາດສູນກາງຢັ້ງຢືນວ່າ:
ປ່ຽນແປງໃໝ່ຮູບແບບພັດທະນາປະເທດຊາດໂດຍອີງຕາມວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ບໍ່ພຽງແຕ່ແມ່ນຄວາມຮຽກຮ້ອງພາວະວິໄສເທົ່ານັ້ນ ຫາກຍັງແມ່ນການຄັດເລືອກຍຸດທະສາດທີ່ມີຄວາມໝາຍຕັດສິນຕໍ່ອະນາຄົດພັດທະນາຂອງປະເທດຊາດ. ນີ້ບໍ່ພຽງແຕ່ແມ່ນການປັບປຸງຮູບແບບພັດທະນາເທົ່ານັ້ນ ຫາກຍັງແມ່ນວິວັດການຫັນປ່ຽນ ວິທີການພັດທະນາປະເທດຊາດ ຢ່າງຮອບດ້ານ ເພື່ອສ້າງກຳລັງໜູນການເຕີບໂຕໃໝ່, ຍົກສູງສະມັດຕະພາບການອອກແຮງງານ, ຄວາມສາມາດໃນການແກ້ງແຍ້ງຂອງປະເທດຊາດ, ເພີ່ມທະວີຄວາມສາມາດເປັນເຈົ້າຍຸດທະສາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງ ປະເທດຊາດ.
ຢູ່ກອງປະຊຸມສຳມະນາ, ບັນດາຜູ້ແທນ ແລະ ນັກຊ່ຽວຊານໄດ້ວິເຄາະບັນດາໂອກາດ, ສິ່ງທ້າທາຍໃນສະພາບການຫັນເປັນດີຈີຕອນ, ຫັນເປັນສີຂຽວ ແລະ ເຊື່ອມໂຍງເຂົ້າກັບສາກົນ, ສະເໜີຫຼາຍວິທີການແກ້ໄຂເພື່ອສ້າງຮູບແບບການພັດທະນາໃໝ່ໃນໄລຍະ 2026 – 2045, ມຸ່ງໄປເຖິງເປົ້າໝາຍນຳຫວຽດນາມກາຍເປັນປະເທດ ພັດທະນາ, ມີລາຍຮັບສູງໃນປີ 2045. ທ່ານສຈ.ປ.ອ ຫງວຽນຊວັນທັ້ງ, ປະທານສະພາທິດສະດີສູນກາງ ຢັ້ງຢືນວ່າ: ຢູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ພັກກອມມູນິດ ຫວຽດນາມ ໄດ້ວາງອອກການກຳນົດທິດສ້າງຮູບແບບການເຕີບໂຕແບບໃໝ່ດ້ວຍຄວາມຮຽກຮ້ອງຕ້ອງການຫັນປ່ຽນຢ່າງແຮງຈາກການທີ່ພຽງແຕ່ອີງໃສ່ທຶນ, ຊັບພະຍາກອນ ແລະ ແຮງງານທີ່ມີເຕັກນິກຕ່ຳເປັນຕົ້ນຕໍ ກາຍເປັນການຖືກວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນ, ຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ແລະ ຄວາມສາມາດໃນການຄຸ້ມຄອງບໍລິຫານທີ່ທັນສະໄໝເປັນກຳລັງໜູນຫຼັກ.




