(ພາບ: VOV5)
ຕອນບ່າຍວັນທີ 26 ພຶດສະພາ, ຢູ່ສະຖາບັນການພົວພັນຕ່າງປະເທດ, ຮ່າໂນ້ຍ ໂດຍເປັນປະທານການຖະແຫຼງຂ່າວສາກົນ ກ່ຽວກັບເຫດການນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນແມັ້ງເກືອງ ໃຫ້ຮູ້ວ່າ ເວທີປາໄສປີນີ້ມີຜູ້ເຂົ້າຮ່ວມທີ່ຫຼາກຫຼາຍພາກສ່ວນກວ່າ, ເນຶ້ອໃນອຸດົມສົມບູນກວ່າ, ມີຫຼາຍການເຄື່ອນໄຫວກວ່າ ເມືີ່ອທຽບໃສ່ກັບເວທີປາໄສຈັດຂຶ້ນໃນກ່ອນນີ້. ທ່ານ ໃຫ້ຮູ້ວ່າ:
ເວທີປາໄສອະນາຄົດ ອາຊຽນ ແມ່ນເພື່ອແນໃສ່ຊຸກຍູ້ການໂອ້ລົມສົນທະນາ, ນັບທັງຂັ້ນສູງ ແລະ ລົງເລິກ. ເວທີປາໄສຈັດຂຶ້ນໃນສະພາຍການອາຊຽນພວມກ້າວເຂົ້າສູ່ໄລຍະໃໝ່ດ້ວຍມະໂນພາບ ແລະ ວິໄສທັດໃໝ່. ຜ່ານການແລກປ່ຽນໂອ້ລົມສົນທະນາຢູ່ເວທີປາໄສ, ອາຊຽນ ຈະແບ່ງປັນບັນດາທັດສະນະ ແລະ ຄວາມຮັບຮູ້ລວມ ແລະ ນີ້ແມ່ນສິ່ງສຳຄັນເພື່ອຊຸກຍູ້ການຮ່ວມມືໃນບັນດາບັນຫາທີ່ພວມພົ້ນເດັ່ນຂຶ້ນ.




