ຕອນ​ບ່າຍ​ວັນ​ທີ 26 ພຶດ​ສ​ະ​ພາ, ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ການ​ພັກ​ກອມ​ມູ​ນິດ, ປະ​ທານ​ປະ​ເທດ ຫວຽດ​ນາມ ເປັນ​ຫົວ​ໜ້າ​ຄະ​ນະ​ກວດ​ກາ​ເລກ​ 10 ຂອງ​ກົມ​ການ​ເມືອງ, ເຂົ້າ​ຮ່ວມ ແລະ ເປັນ​ປະ​ທານກອງ​ປະ​ຊຸມ​ຮັບ​ຮອງ​ເອົາຮ່າງ​ບົດ​ລາຍ​ງານ​ໝາກ​ຜົນ​ການກວດ​ກາ​ຄັ້ງ​ທີ 2 ຂອງ​ກົມ​ການ​ເມືອງ ຕໍ່​ຄະ​ນະ​ປະ​ຈຳ​ຄະ​ນະ​ພັກ​ນ​ະ​ຄອນ ຮ່າ​ໂນ້ຍ.

ກ່າວ​ຄຳ​ເຫັນ​ສະຫຼຸບກອງ​ປະ​ຊຸມ, ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ເນັ້ນ​ໜັກ​ວ່າ ຮ່າ​ໂນ້ຍ​ຕ້ອງ​ມີ​ຈິນ​ຕະ​ນາ​ການ​ໃໝ່, ວິ​ທີ​ເຮັດ​ໃໝ່, ສືບ​ຕໍ່​ບູ​ລະ​ນະ​ຮູບ​ແບບ​ອຳ​ນາດການ​ປົກ​ຄອ​ງ​ທ້ອງ​ຖິ່ນ ສອງ​ຂັ້ນ​ໃຫ້​ສົມ​ບູນ​ແບບ, ສ້າງ​ອຳ​ນາດ​ການ​ປົກ​ຄອງ​ໃກ້​ຊິດ​ປະ​ຊາ​ຊົນ​ກວ່າ, ໄວ​ກວ່າ, ໂປ່ງ​ໃສ​ກວ່າ ແລະ ມີ​ປະ​ສິດ​ທິ​ຜົນ​ກວ່າ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທ​ານ​ປະ​ເທດ ຮຽກ​ຮ້ອງ​ຮ່​າ​ໂນ້ຍ​ຕ້ອງ​ນຳ​ໜ້າ​ໃນ​ການ​ສ້າງ​ຮູບ​ແບບ​ຄຸ້ມ​ຄອງ​ບໍ​ລິ​ຫານ​ຕົວ​ເມືອງ​ທີ່ທັນ​ສະ​ໄໝ, ຫັນ​ເປັນ​ຂໍ້​ມູນ, ບໍ​ລິ​ຫານ​ດີ​ຈີ​ຕອນ, ນະ​ຄອນ​ຕ້ອງ​ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ສ້າງ​ຖັນ​ແຖວ​ພະ​ນັກ​ງານ​ຂັ້ນ​ຮາກ​ຖານ, ຍ​ົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​ເຄື່ອນ​ໄຫວ​ຂອງ 126 ຕາ​ແສງ. ທ່ານ​ໃຫ​້​ຮູ້​ວ່າ:

ຮ່າ​ໂນ້ຍ​ຕ້ອງ​ສຸມ​ໃສ່​ແກ້​ໄຂ​ບັນ​ດາ​ຈຸດ​ອຸດ​ຕັນ, ນຳ​ນະ​ຄອນ​ກາຍ​ເປັນມະ​ຫາ​ຕົວ​ເມືອງຫົວ​ຄິດ​ປະ​ດິດ​ສ້າງ, ສີ​ຂຽວ, ອັດ​ສະ​ລິ​ຍະ, ເຊື່ອມ​ຕໍ່​ທົ່ວ​ໂລກ. ພ້ອມ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ນະ​ຄອນ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ສະ​ຫວັດ​ດີ​ການ​ສັງ​ຄົມ, ເບິ່​ງ​ແຍງ​ດູ​ແລ​ສຸ​ຂະ​ພາບ​ປະ​ຊາ​ຊົນ, ລົງ​ທຶນ​ດ້ານເຮືອນ​ຢູ່​ສັງ​ຄົມ, ເຮືອນ​ໃຫ້​ເຊົ່າ ແລະ ນະ​ໂຍ​ບາຍ​ເຮືອນ​ຢູ່​ໃຫ້​ປະ​ຊາ​ຊົນທີ່​ມີ​ຄວາມ​ຕ້ອງ​ການ​ແຕ່​ເງື່ອນ​ໄຂ​ເສ​ດ​ຖະ​ກິດ​ຍັງ​ຈຳ​ກັດຢູ່.