ຕອນເຊົ້າວັນທີ 26 ພຶດສະພາ, ຢູ່ແຂວງ ອຸດົມໄຊ, ພາກເໜືອລາວ, ໄດ້ດຳເນີນພິທີໄຫວ້ອາໄລ, ມອບຮັບ ອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດ ໃນສະໄໝສົງຄາມຢູ່ລາວ 9 ອັດຖິ. ກ່າວຄຳເຫັນທີພິທີ, ທ່ານ Souvat Mahavongsanan ຮອງປະທານຄະນະກຳມະການປະຊາຊົນ ແຂວງ ອຸດົມໄຊ ຢັ້ງຢືນວ່າ ພັກ, ລັດ, ທະຫານ ແລະ ປະຊາຊົນລາວ ຍາມໃດກໍ່ຈະລຶກຄຸນງາມຄວາມດີອັນຍິ່ງໃຫຍ່ຂອງບັນດາທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ໄດ້ເສຍສະຫຼະເລືອດເນື້ອຂອງຕົນ, ຍາມໃດກໍ່ຮ່ຽງບ່າຮ່ຽງໄຫຼ່ກັບ ທະຫານ ແລະ ປະຊາຊົນລາວ ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ການເສຍສະຫຼະຊີວິດຂອງບັນດານັກຮົບວິລະຊົນແມ່ນສິ່ງພິສູດໃຫ້ແກ່ນ້ຳໃຈສາມັກຄີແບບພິເສດ, ການຮ່ວມສຳພັນສູ້ຮົບທີ່ຊື່ສັດບໍລິສຸດລະຫວ່າງສອງຊາດ




