ຫວຽດນາມ-ລາວ ຮ່ວມມືກໍ່ສ້າງເຂດ ພັກຜ່ອນຄຸນນະພາບສູງ ຢູ່ເກາະຕວນເຈົາ
17/08/2013 10:04
(vovworld)- ສອງຝ່າຍຕົກລົງຮ່ວມມືກັນລົງທຶນກໍ່ສ້າງ, ດຳເນີນທຸລະກິດເຂດພັກຜ່ອນຄຸນນະພາບສູງຢູ່ເກາະຕວນເຈົາ-ນະຄອນຮ້າລອງ-ແຂວງກວາງນິງ...

(ພາບປະກອບ)
(vovworld)- ຕອນບ່າຍວັນທີ 17/8, ຢູ່ນະຄອນຫຼວງວຽງຈັນ, ທ່ານດ່າວຮົງຕວຽນ ປະທານກຸ່ມບໍລິສັດຕວນເຈົາ ແລະ ທ່ານສົມຫວັງ ວົງວິໄລ, ຜູ້ອຳນວຍການໃຫ່ຍບໍລິສັດກໍ່ສ້າງຈິດຈະເລີນ ໄດ້ເຊັນບົດບັນທຶກຊ່ວຍຈຳກ່ຽວກັບການລົງທຶນກໍ່ສ້າງເຂດພັກຜ່ອນຄຸນນະພາບສູງຢູ່ເກາະຕວນເຈົາ-ນະຄອນຮ້າລອງ-ແຂວງກວາງນິງ. ຕາມບົດບັນທຶກຊ່ວຍຈຳ, ສອງຝ່າຍຕົກລົງຮ່ວມມືກັນລົງທຶນກໍ່ສ້າງ, ດຳເນີນທຸລະກິດເຂດພັກຜ່ອນຄຸນນະພາບສູງຢູ່ເກາະຕວນເຈົາ-ນະຄອນຮ້າລອງ-ແຂວງກວາງນິງໃນເນື້ອທີ່ດິນກ້ວາງ 4 ແຮັກຕາ; ວາງແຜນຜັງ, ອອກແບບ, ດຳເນີນບັນດາລະບຽບການ… …ແລະ ຈະເລີ່ມລົງມືກໍ່ສ້າງໃນເດືອນ 10/2013.
ກ່ອນໜ້ານັ້ນ, ທ່ານຮອງນາຍົກລັດຖະມົນຕີລາວ ສົມສະຫວາດ ເລັ່ງສະຫວັດ ໄດ້ໃຫ້ການຕ້ອນຮັບທ່ານດ່າວຮົງຕວຽນ. ທ່ານຮອງນາຍົກລັດຖະມົນຕີລາວ ໄດ້ຕີລາຄາສູງບັນດາວິສາຫະກິດຫວຽດນາມ ໄດ້ຮ່ວມມືລົງທຶນຢູ່ລາວ ແລະ ຖືວ່າ: ການເຊັນສັນຍາກໍ່ສ້າງເຂດພັກຜ່ອນຄຸນນະພາບສູງຢູ່ເກາະຕວນເຈົາ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ, ຊຸກຍູ້ການຮ່ວມມືລົງທຶນລະຫວ່າງສອງປະເທດເຂົ້າສູ່ລວງເລິກ. ທ່ານເຊື່ອໝັ້ນວ່າ, ດ້ວຍປະສົບການຂອງວິສາຫະກິດໃຫ່ຍ, ກຸ່ມບໍລິສັດຕວນເຈົາ ຈະຊຸກຍູ້ໂຄງການຖືກຕ້ອງຕາມລະດັບຄວາມໄວ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນພິເສດລະຫວ່າງສອງປະເທດ.
Tag: