(ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຈັດກອງປະຊຸມເປີດທາງອອນລາຍ)

ວັນທີ 09 ມີນາ, ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຈັດກອງປະຊຸມເປີດທາງອອນລາຍ ກ່ຽວກັບສະພາບການຢູ່ ຊູດັງ ແລະ ການເຄື່ອນໄຫວຂອງຄະນະປະຕິບັດງານຂ້າມຜ່ານເປັນໜຶ່ງດຽວຂອງສະຫະປະຊາຊາດ ປະຈຳປະເທດນີ້ (UNITAMS). ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ໄດ້ຮຽກຮ້ອງໃຫ້ ຊູດັງ ເພີ່ມທະວີຄວາມມານະພະຍາຍາມປົກປ້ອງສາມັນຊົນ ແລະ ແກ້ໄຂສາຍເຫດຂອງບັນຫາການໃຊ້ຄວາມຮຸນແຮງລະຫວ່າງບັນດາປະຊາຄົມໃຫ້ເຖິງກົກເຖິງຮາກ, ໃນນັ້ນນັບທັງບັນຫາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການໄກ່ເກ່ຍ. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ ຕີລາຄາສູງບົດບາດຂອງສະຫະປະຊາຊາດ, ບັນດາປະເທດ ແລະ ອົງການຈັດຕັ້ງຢູ່ພາກພື້ນ ໃນການຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບຢູ່ ຊູດັງ ແລະ ຮຽກຮ້ອງໃຫ້ປະຊາຄົມສາກົນສືບຕໍ່ໜູນຊ່ວຍດ້ານມະນຸດສະທຳ ແລະ ສ້າງເງື່ອນໄຂທີ່ດີກວ່າໃຫ້ແກ່ປະເທດນີ້ ສຳຜັດກັບລະບອບລະບຽບການເງິນສາກົນ.