ການນຳພັກ Likud Benjamin Netanyahu (ຊ້າຍ) ແລະ ການນຳພັກຂຽວ-ຂາວ Benny Gantz. (ພາບ: News1) |
ປະຈຸບັນ, ພັກຂຽວ - ຂາວຍັງຄົງຮຽກຮ້ອງໃຫ້ໄດ້ດຳລົງຕຳແໜ່ງບັນດາກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບພາຍໃນ, ກະຊວງຍຸຕິທຳແລະກະຊວງວັດທະນະທຳ. ນອກນັ້ນ, ເພື່ອຮັບປະກັນຄວາມດຸ່ນດ່ຽງກ່ຽວກັບຕຳແໜ່ງລັດຖະມົນຕີໃນລັດຖະບານສຳພັນທະມິດນັ້ນ, ລັດຖະມົນຕີບາງທ່ານຂອງພັກ Likud ຈະຕ້ອງລາອອກຈາກຕຳແໜ່ງ.






