ສະຖານທີ່ເກີດເຫດເຮືອບິນ ຢູແກຼນຕົກຢູ່ ອີຣານ (ພາບ: THX/TTXVN) |
ກ່ອນໜ້ານັ້ນໃນວັນທີ 18 ມັງກອນ, ສຳນັກຂ່າວສານ Daneshjoo ຂອງ ອີຣານ ໄດ້ຄັດສະເໜີຄຳເວົ້າຂອງທ່ານ Hassan Rezaifar ຜູ້ອຳນວຍການຮັບຜິດຊອບການສືບສວນອຸບັດຕິເຫດ ທີ່ຂຶ້ນກັບອົງການການບິນ ພົນລະເຮືອນ ຂອງ ອີຣານທີ່ຖືວ່າ ບໍ່ສາມາດຖອດລະຫັດໄດ້ກັບດຳຢູ່ ອີີຣານໄດ້ ແລະ ບັນດາອຸປະກອນນີ້ຈະໄດ້ມອບໃຫ້ ຢູແກຼນ ພາຍຫຼັງ Kiev ຮຽກຮ້ອງມາເປັນຫຼາຍຄັ້ງ. ໃນວັນດຽວກັນ, ສຳນັກຂ່າວສານ Tasmin ກໍ່ໄດ້ລົງຂ່າວວ່າ ອີຣານຈະບໍ່ຊອກຫາວິທີຖອດລະຫັດກັບດຳຢູ່ພາຍໃນປະເທດ.









